ໃນວັນທີ 11/9/2020 ນີ້ຢູ່ທີ່ຫ້ອງການຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຂໍ່ານັບຮັບຕ້ອນຮັບ ທ່ານ ປອ.ຄໍາພັນ ພົມມະທັດ.
ໃນວັນທີ 11 ກັນຍາ 2020 ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຂໍ່ານັບຕ້ອນຮັບ ທ່ານ ປອ. ຄໍາພັນ ພົມະທັດ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ຫົວໜ້າອະນຸກໍາມະການເນື້ອໃນກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ພ້ອມດ້ວຍຄະນະລົງມາຢຽມຢາມ ພົບປະໂອ້ລົມ ກັບ
ຄະນະໂຄສະນາອົບຮົມແຂວງ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພອຍຄໍາ ຮຸ່ງບູນຍວງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໄຊສົມບູນ ແລະ ທ່ານ ຮືທໍ່ ເພຍຫຼວງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍພະນັງານຫຼັກ ແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງ, ໃນນີ້ ທ່ານ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະບວນການ ກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ກໍ່ຄືການເຄື່ອນ ໄຫວວຽກງານລວມ ຂອງຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ, ຈາກນັ້ນ ກໍ່ໄດ້ປະກອບຄວາມຄິດເຫັນແລກປ່ຽນບົດຮຽນນໍາທິມງານສູນກາງເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດວຽກງານ ແລະ ຕອນທ້າຍນີ້, ຍັງໄດ້ຮັບການໂອ້ລົມ ຂອງສະຫາຍ ປອ. ຄໍາພັນ ພົມມະທັດ, ເຊີ່ງທ່ານໄດ້ຊີ້ນໍາ ແລະ ຮຽກຮ້ອງ ໃຫ້ຄະນະໂຄສະນາອົບຮົມແຂວງ ເອົາໃຈໃສ່ຕໍ່ວຽກງານໂຄສະນາອົບຮົມ, ໃຫ້ປັບປຸງຄຸ້ມຄອງໂຄສະນາຜ່ານສືອອນໄລຕ່າງໆ, ຕໍ່ສູ້, ຕອບໂຕ ແລະ ພ້ອມທັງ ແກ້ໄຂຂ່າວຂໍ້ມູນທີ່ຜິດພ້ຽນ, ບິດເບືອນ, ໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ຫວັງດີ ຫຼື ສັງຄົມທີ່ຍັງບໍ່ທັນເຂົ້າໃຈໃຫ້ທັນການ, ໂດຍສະເພາະແມ່ນການໂຄສະນາ ດ້ວຍຫຼາຍແບບ, ຫຼາຍວິທີຊ່ອງທາງຕື່ມ, ເພື່ອຕໍ່ສະໜອງຂໍ້ມູນທີ່ໜ້າສົມໃຈໃຫ້ແກ່ສັງຄົມເຂົ້າເຖິງໄດ້ງ່າຍຕື່ມ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 34 |
![]() | ມື້ວານນີ້ | 41 |
![]() | ອາທິດນີ້ | 105 |
![]() | ເດືອນນີ້ | 1054 |