ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ພິທີ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກ
  • ຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບເອົ
  • ກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບທັ
  • ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວ
  • ກອງປະຊຸມປຶກສາຫາລື ຂອງບັນດາອະນຸກໍາມ
  • ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ
Previous
Next

ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ

(ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ

ຄະນະໂຄສະນາອົບຮົມແຂວງ)

         ໂດຍຈັດຕັ້ງປະຕິບັດຕາມຄໍາສັ່ງຂອງກົມການເມືອງສູນກງພັກສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ2018,ແຈ້ງການແນະນໍາຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ291/ຄຈສພ, ລົງວັນທີ 26 ເມສາ 2018 ແລະ ມະຕິຕົກລົງຂອງຄະນະປະຈໍາພັກສະບັບເລກທີ008/ຄພຊບ, ລົງວັນທີ 12 ມີນາ 2020 ວ່າດ້ວຍການຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ ຄະນະໂຄສະນາອົບຮົມແຂວງ ໃນພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງນີ້ ໄດ້ໄຂຂຶ້ນວັນທີ 2 ກຸມພາ 2021

ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງໄຊສົມບູນຢ່າງເປັນທາງການ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຮືທໍ່ ເພຍຫຼວງ, ກໍາມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ທອງວັນ ທໍາມະວົງ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງໄຊສົມບູນ ກໍ່ເປັນກຽດເຂົ້າຮ່ວມ, ມີຜູ້ຕາງໜ້າໜ່ວຍພັກກຸ່ມການເມືອງ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມລວມທັງໝົດ 16 ສະຫາຍ, ຍິງ3 ສະຫາຍ.

  • ໃນພິທີ ສະຫາຍ ຮືທໍ່ ເພຍຫຼວງ, ກໍາມະການພັກແຂວງ, ເລຂາໜ່ວຍພັກ ໄດ້ຂຶ້ນຜ່ານແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021, ເຊີ່ງບົດແຜນການໄດ້ຍົກໃຫ້ເຫັນວ່າ:ໃນການເຄື່ອນໄຫວຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດ, ເຂັ້ມແຂງ ,ໜັກແໜ້ນປະຈໍາປີ 2021; ຈະສູ້ຊົນດ້ານຄຸນທາດການເມືອງໃຫ້ບັນລຸ 2 ຄະແນນ, ດ້ານແນວຄິດ 1,5 ຄະແນນ, ດ້ານການຈັດຕັ້ງ 1,5 ຄະແນນ, ດ້ານແບບ ແຜນວິທີນໍາພາ 1,5 ຄະແນນ ລວມທັງໝົດ 4 ດ້ານໃຫ້ໄດ້ 9 ຄະແນນຂຶ້ນໄປ; ໃນພິທີສະມາຊິກພັກທັງໝົດກໍ່ໄດ້ປະຊາມະຕິຍົກບັດຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຫຼັງຈາກນັ້ນ, ຄະນະຈັດຕັ້ງແຂວງໄຊສົມບູນ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງໄຊສົມບູນ ວ່າດ້ວຍການຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນເປັນທາງການ;  ເພື່ອເຮັດໃຫ້ພິທີດັ່ງກ່າວມີເນື້ອໃນຄວາມໝາຍເລີກເຊິ່ງ ສະຫາຍທອງວັນ ທໍາມະວົງ ກໍາມະການປະຈໍາພັກແຂວງໄດ້ເປັນກຽດຂຶ້ນໂອ້ລົມເຊິ່ງສະຫາຍໄດ້ເໜັ້ນໜັກບາງບັນຫາຄື: 1 ຫຼັງຈາກຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລ້ວຄະນະໜ່ວຍ, ສະມາຊິກພັກ, ພະນັກງານ-ລັດຖະກອນຄວນຈະມີການປັບປຸງປ່ຽນແປງທັດສະນະ ແລະ ວິທີການນໍາພາ, ເຮັດວຽກມີແຜນການ, ແຜນງານ, ໂຄງການລະອຽດແບ່ງບຸກຄົນຮັບຜິດຊອບຢ່າງຈະແຈ້ງ; 2 ສະພາບການເຄື່ອນໄຫວການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຫັນວ່າຈະໄດ້ຈັດຕັ້ງປະຕິບັດຢ່າງເອົາຈິງເອົາຈັງ ແລະ ຈະໄດ້ມີການສະຫຼຸບກວດກາປະເມີນຜົນເປັນ 3 ເດືອນ, 6 ເດືອນ ແລະ 1 ປີ; 3 ທິດທາງວຽກງານຈຸດສຸມ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງໃຫ້ປະກອບເຂົ້າໃນການກໍ່ສ້າງພັກ-ກໍ່ສ້າງພະນັກງານດ້ານແນວຄິດການເມືອງແບບແຜນວິທີເຮັດວຽກໃຫ້ເຂັ້ມງວດ,ແຂງແຮງຢ່າງບໍ່ຢຸດຢັ້ງ.

          ຈາກນັ້ນ, ສະຫາຍໄດ້ຮຽກຮ້ອງໃຫ້: ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນຕ້ອງຄົ້ນຄ້ວາ, ເຊື່ອມຊຶມກໍາແໜ້ນຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ2018,ແຈ້ງການແນະນໍາຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ291/ຄຈສພ, ລົງວັນທີ 26 ເມສາ 2018 ແລະ ມະຕິຕົກລົງຂອງຄະນະປະຈໍາສັບເລກທີ008/ຄພຊບ, ລົງວັນທີ 12 ມີນາ 2020 ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ໃຫ້ເລິກເຊີ່ງເຖີງຖອງ ແລະ ເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະໜ່ວຍພັກ, ສະມາຊິກພັກສູງກ່ວາເກົ່າ ທຸກສະຫາຍຕ້ອງເປັນເຈົ້າການເຊື່ອມຊຶມ, ຈັດຕັ້ງປະຕິບັດແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນສະບັບນີ້ໃຫ້ເກີດດອກອອກຜົນຕົວຈິງ ແລະ ສະມາຊິກພັກຕ້ອງຍົກສູງຄວາມຮັບຜິດຊອບ ໃນການຝືກຝົນຫຼໍ່ຫຼອມຕົນເອງ ເພື່ອກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ໄດ້ຮັບຄຸນນະພາບ.

           ທັງນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ສະມາຊິກ, ພະນັກງານ-ລັດຖະກອນໜ່ວຍພັກ ຂອງຄະນະໂຄສະນາອົບຮົມແຂວງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ໄດ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໃນພິທີໄດ້ດໍາເນີນເປັນເວລາ 1 ຕອນ ແລະ ໄດ້ອັດລົງຢູ່ສະຖານທີ່ດັ່ງກ່າວຢ່າງຈົບງາມ.

 

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 7  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

127419
ມື້ນີ້ມື້ນີ້5
ມື້ວານນີ້ມື້ວານນີ້57
ອາທິດນີ້ອາທິດນີ້305
ເດືອນນີ້ເດືອນນີ້203

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້