ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ພິທີ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກ
  • ຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບເອົ
  • ກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບທັ
  • ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວ
  • ກອງປະຊຸມປຶກສາຫາລື ຂອງບັນດາອະນຸກໍາມ
  • ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ
Previous
Next

ພິທີເປີດຂະບວນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກໍາມະບານ ແລະ ໜ່ວຍຊາວໜຸ່ມ 4 ບຸກ

(ພິທີເປີດຂະບວນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ  ຂອງກໍາມະບານ ແລະ ໜ່ວຍຊາວໜຸ່ມ 4 ບຸກ ຂອງຄະນະໂຄສະນາອົບຮົມແຂວງ)

           ໂດຍປະຕີບັດຕາມຄໍາສັ່ງ ຂອງສູນກາງຊາວໜຸ່ມ ປປລ ວ່າດ້ວຍ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວສະບັບເລກທີ 421/ລຂ, ລົງວັນທີ 28 ກໍລະກົດ ແລະ ມະຕິຕົກລົງ ຂອງຄະນະບໍ ລິຫານງານຊາວໜຸ່ມ

ສະບັບເລກທີ 048/ຄຊປປລ, ລົງວັນທີ 28 ມັງກອນ 2021 ວ່າດ້ວຍການອະນຸມັດ ໃຫ້ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ເປີດຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ປະ ຊາຊົນປະ ຕິວັດລາວ ແລະ ປະຕິບັດຕາມຄໍາສັ່ງຂອງສູນກາງສະຫະພັນກໍາມະບານລາວ ສະບັບເລກທີ 1750/ກສລ, ລົງວັນທີ 27 ກໍລະກົດ 2016 ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະ ຫະພັນກໍາມະບານລາວ ແລະ ມະຕິຕົກລົງຂອງສະຫະພັນກໍາມະບານແຂວງໄຊສົມບູນສະບັບເລກທີ 033/ກບຂ.ຊບ, ລົງວັນທ 28 ມັງກອນ 2021 ວ່າດ້ວຍການອະນຸມັດເປີດຂະບວນການຈັດຕັ້ງຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງຮາກຖານກໍາມະບານ ຄະນະໂຄສະນາອົບຮົມແຂວງ. ເຊີ່ງໃນພິທີເປີດການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຮາກຖານ ກໍາມະບານ 5 ເປັນເຈົ້າ ແລະ ໜ່ວຍຊາວໜຸ່ມ 4 ບຸກ ຂອງ 2 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບຮົມແຂວງປະຈໍາປີ 2021  ໄດ້ໄຂຂຶ້ນທີ່ຫ້ອງປະຊຸມສານປະຊາຊົນແຂວງໄຊສົມບູນຢ່າງເປັນທາງການ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຮືທໍ່ ເພຍຫຼວງ, ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຊີ່ງເປັນກຽດເຂົ້າຮ່ວມ ຂອງສະ ຫາຍ ເນັ້ງຢ່າງ ໃຈຫວັງໝັ້ນ, ຄະນະບໍລິຫານງານ ສະຫະພັນກໍາມະບານສູນກາງພັກ, ປະທານສະຫະພັນກໍາມະບານແຂວງ ແລະ ສະຫາຍ ດົວຊົ່ງ ວ່າໄຊຟຸງ ຮອງເລຂາຄະນະບໍລິ ຫານງານຊາວໜຸ່ມແຂວງໄຊສົມບູນ; ມີບັນດາແຂກຕາງໜ້າມາຈາກອົງການຈັດຕັ້ງມະຫານຊົນກຸ່ມການເມືອງອ້ອມຂ້າງແຂວງ ພ້ອມດ້ວຍສະມາຊິກກໍາມະບານ ແລະ ສະມາຊິກຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງໄຊສົມບູນ ລວມທັງໝົດ 23 ສະຫາຍ, ຍິງ 7 ສະຫາຍ.

         ໃນພິທີ ສະຫາຍ ລີວອນ ເລັ່ງຊົ່ງ ປະທານສະຫະພັນ ຮາກຖານກໍາມະບານ ແລະ ສະຫາຍ ນາງ ຈັນທາ ສີໄພວັນ ເລຂາໜ່ວຍຊາວໜຸ່ມ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ໜ່ວຍຊາວໜຸ່ມ 4 ບຸກ ປະຈໍາປີ 2021. ຄາດໝາຍສູ້ຊົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຄື: 1). ເປັນເຈົ້າໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ 90% ຂຶ້ນໄປ;  2). ເປັນເຈົ້າການປັບປຸງແບບແຜນນໍາພາ ແລະ ຂະຫຍາຍການຈັດຕັ້ງກໍາມະບານ ຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ 86% ຂຶ້ນໄປ; 3). ເປັນເຈົ້າກໍາປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງພະນັກງານສະມາຊິກກໍາມະບານ ຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ 85% ຂຶ້ນໄປ;  4). ເປັນເຈົ້າການເຂົ້າຮ່ວມໃນການຕິດຕາມ, ກວດກາຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນາທໍາສັງຄົມ ຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ 85% ຂຶ້ນໄປ; 5). ເປັນເຈົ້າການເຂົ້າຮ່ວມໃນການ ຈັດຕັ້ງປະຕິບັດແນວທາງຕ່າງປະເທດຂອງພັກ ແລະ ລະບຽບກົດໝາຍຂອງລັດ ຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ 85% ຂຶ້ນໄປ  ແລະ 4 ບຸກທະລຸ ຄື: 1). ບຸກດ້ານການເມືອງ-ແນວຄິດໃຫ້ບັນລຸ 85%, 2) ບຸກດ້ານການຝືກ ຟົນຫຼໍ່ຫຼອມຮໍ່າຮຽນບັນລຸ 85%, 3) ບຸກດ້ານວຽກງານການຈັດຕັ້ງ 85% ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາໃຫ້ບັນລຸ 85% ຂຶ້ນໄປ. ຈາກນັ້ນ ບັນດາສະຫາຍສະມາຊິກຂອງ 2 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມແຂວງ ໄດ້ພ້ອມກັນຂຶ້ນຈັບມືແຂ່ງຂັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຊາວໜຸ່ມ 4 ບຸກ. ເພື່ອເຮັດໃຫ້ພິທີດັ່ງກ່າວມີເນື້ອໃນຄວາມໝາຍເລີກເຊິ່ງ ສະຫາຍ ເນັ້ງຢ່າງ ໃຈຫວັງໝັ້ນ, ຄະນະບໍລິຫານງານ ສະຫະ ພັນ ກໍາມະບານສູນກາງພັກ, ປະທານສະຫະພັນກໍາມະບານແຂວງ ຕາງໜ້າໃຫ້ 2 ອົງການຈັດຕັ້ງມະຫາຊົນຂອງແຂວງ ໄດ້ເປັນກຽດຂຶ້ນໂອ້ລົມເໜັ້ນໃຫ້ 2 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມແຂວງ ຈົ່ງພ້ອມກັນເອົາໃຈໃສ່ສຶກສາວຽກງານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກໍາມະບານ-ຊາວໜຸ່ມຝືກຝົນຫຼໍ່ຫຼອມຕົນເອງ  ແລະ ຈັດຕັ້ງຜັນຂະຫຍາຍແຜນການເປິດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຊາວໜຸ່ມ 4 ບຸກໃຫ້ສອດຄອງຕາມແນວທາງນະໂຍບາຍຂອງພັກ.

           ຈາກນັ້ນ, ສະຫາຍໄດ້ຮຽກຮ້ອງໃຫ້:ຄະນະໜ່ວຍພັກ ສືບຕໍ່ຊີ້ນໍາ-ນໍາພາ 2 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບຮົມແຂວງ ຕ້ອງເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນ, ເຊື່ອມຊຶມຄໍາສັ່ງ ຂອງສູນກາງຊາວໜຸ່ມ ປປລ ວ່າດ້ວຍ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວສະບັບເລກທີ 421/ລຂ, ລົງວັນທີ 28 ກໍລະກົດ ແລະ ມະຕິຕົກລົງ ຂອງຄະນະບໍລິຫານງານຊາວໜຸ່ມ ສະບັບເລກທີ 048/ຄຊປປລ, ລົງວັນທີ 28 ມັງກອນ 2021 ວ່າດ້ວຍການອະນຸມັດ ໃຫ້ໜ່ວຍຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ເປີດຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ຄໍາສັ່ງ ຂອງສູນກາງສະຫະພັນກໍາມະບານລາວ ສະບັບເລກທີ 1750/ກສລ, ລົງວັນທີ 27 ກໍລະກົດ 2016 ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ແລະ ມະຕິຕົກລົງຂອງສະຫະພັນກໍາມະບານແຂວງໄຊສົມບູນສະບັບເລກທີ 033/ກບຂ.ຊບ, ລົງວັນທ 28 ມັງກອນ 2021 ວ່າດ້ວຍການອະນຸມັດເປີດຂະບວນການຈັດຕັ້ງຂໍ້ແຂ່ງ ຂັນ 5 ເປັນເຈົ້າ ໃຫ້ເກີດດອກອອກຜົນເປັນຈິງ.

           ທ້າຍນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ 2 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບຮົມແຂວງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ໄດ້ປະກາດເປັນ ຮາກຖານກໍາມະບານ 5 ເປັນເຈົ້າ ແລະ ໜ່ວຍຊາວໜຸ່ມ 4 ບຸກ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນປະຈໍາທ້າຍປີ 2021 ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 4  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

127419
ມື້ນີ້ມື້ນີ້5
ມື້ວານນີ້ມື້ວານນີ້57
ອາທິດນີ້ອາທິດນີ້305
ເດືອນນີ້ເດືອນນີ້203

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້