22-23/4/2021 ແຂວງໄຊສົມບູນ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງ.
ກອງປະຊຸມ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 22-23 ເມສາ ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງສະຫາຍ ພົຕ ຄຳລຽງ ອຸທະໄກສອນ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຄະນະພັກ-ຄະນະນຳ ແຂວງ ພ້ອມດ້ວຍຄະນະພັກ-ຄະນະນຳ ທັງ 5 ເມືອງ ຕະຫຼອດຮອດພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ຄັ້ງນີ້ ກໍເພື່ອເຮັດໃຫ້ການນຳແຕ່ລະຂັ້ນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງກຳແໜ້ນເນື້ອໃນຂອງມະຕິ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງໄຊສົມບູນ ໂດຍສະເພາະ ແມ່ນເນື້ອໃນທີ່ສຳຄັນຕົ້ນຕໍ ແລະ ວຽກງານຈຸດສຸມ ທີ່ຈະຕ້ອງໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ໃນແຕ່ລະຂົງເຂດວຽກງານ ຕາມຄວາມຮັບຜິດຊອບຂອງຕົນ ຢ່າງຕັ້ງໜ້າ ໂດຍຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າ ຂອງບັນດາພະແນກການ, ກົມກອງ ແລະ ບັນດາເມືອງ ໃນການຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເວົ້າສະເພາະ ແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງແຂວງ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະການອັນລະອຽດ ຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ. ພ້ອມທັງເພີ່ມທະວີການນຳພາ-ຊີ້ນຳ ຂອງຄະນະປະຈຳພັກ ແຂວງ, ຄະນະບໍລິຫານງານພັກ ແຂວງ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຂອງພັກ ໃຫ້ແທດເຖິງຕົວຈິງ ແລະ ສາມາດສ້າງໄດ້ຜົນສຳເລັດໃໝ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ ໃຫ້ມີບາດກ້າວເຕີບໃຫຍ່ເຂັ້ມແຂງ ພາຍໃຕ້ຄຳຂວັນທີ່ວ່າ: ເພີ່ມທະວີຄວາມສາມັກຄີປອງດອງ ທົ່ວແຂວງໃຫ້ເປັນປຶກແຜ່ນ, ສ້າງແຂວງໄຊສົມບູນ ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ຢ່າງໜັກແໜ້ນ, ໄດ້ຮັບການພັດທະນາໃນ 5 ທ່າແຮງ, ຕາມທິດສີຂຽວ, ສະອາດ ແລະ ຍືນຍົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.
ໂອກາດນີ້ ສະຫາຍເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງໄຊສົມບູນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ການນຳແຕ່ລະຂັ້ນ ຈົ່ງສືບຕໍ່ເພີ່ມທະວີການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ທົ່ວເຖິງ ແລະ ເລິກເຊິ່ງກວ່າເກົ່າ ດ້ວຍຫຼາຍຮູບ, ຫຼາຍສີສັນ, ແທດເຖິງທຸກເປົ້າໝາຍ ໂດຍຖືເອົາວຽກງານສຶກສາອົບຮົມ-ນຳພາແນວຄິດ ເປັນວຽກກົກ, ເປັນຄວາມຮັບຜິດຊອບໜ້າທີ່ການເມືອງທີ່ສຳຄັນ ຂອງຄະນະພັກແຕ່ລະຂັ້ນ ໃນນີ້ ຕ້ອງສຸມໃສ່ແກ້ໄຂແນວຄິດຄອງເດີມ, ສ້າງສະຕິເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ຂອງປະຊາຊົນໃຫ້ຫຼາຍຂຶ້ນ ໂດຍຕິດແໜ້ນກັບວຽກງານພັດທະນາເສດຖະກິດ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນ ທັງໝົດນັ້ນ ກໍເພື່ອເລັ່ງໃສ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນເປັນກ້າວໆ ທັງພ້ອມກັນນຳເອົາເນື້ອໃນຈິດໃຈກອງປະຊຸມ ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 6 |
![]() | ມື້ວານນີ້ | 57 |
![]() | ອາທິດນີ້ | 306 |
![]() | ເດືອນນີ້ | 204 |