ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານພະນັກງານ-ລັດຖະກອນ ຜູ້ທີ່ຈະສະເໜີແຕ່ງຕັ້ງດຳລົງຕຳແໜ່ງບໍລິຫານ
1/9/2021ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານພະນັກງານ-ລັດຖະກອນ ຜູ້ທີ່ຈະສະເໜີແຕ່ງຕັ້ງດຳລົງຕຳແໜ່ງບໍລິຫານ.
ໂດຍປະຕິບັດຕາມ ດໍາລັດ ວ່າດ້ວຍການປະເມີນ ຜົນການປະຕິບັດວຽກງານ ຂອງພະນັກງາານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13. 09 2017.
ພິທີ ປະເມີນພະນັກງານລັດ-ລັດຖະກອນ ທີ່ຈະສະເໜີແຕ່ງຕັ້ງດຳລົງຕຳແໜ່ງບໍລິຫານ ຂອງຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2021 ນີ້ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ທ່ານ ປທ ຄົວຈັ້ງ ດຣາເຊັ້ງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານວິຊາການ ພາຍໃນຄະນະໂຄສະນາອົບຮົມ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ທ່ານ ຢີລໍ່ ເກຍສື, ຫົວໜ້າຂະແໜງໂຄສະນາອົບຮົມ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍມາດຖານຕຳແໜ່ງບໍລິຫານ ຂອງລັດຖະກອນ ແຫ່ງ ສປປ ລາວ ໝວດທີ II ມາດຕາ 6, ມາດຕະຖານຕຳແໜ່ງບໍລິຫານ ຊຶ່ງຄະນະໂຄສະນາອົບຮົມແຂວງ ໄດ້ສະເໜີປະເມີນການແຕ່ງຕັ້ງຕຳແໜ່ງບໍລິຫານປະເພດ 6, ສອງທ່ານ ຄື: ທ່ານ ນາງ ຈັນທາ ສີໄພວັນ ແລະ ທ່ານ ໃຈຢ່າງ ໃນນັ້ນ ຕົກລົງເລືອກເອົາ 02 ທ່ານ ມາເປັນຮອງຂະແໜງ.
ໂອກາດດັ່ງກ່າວ ທ່ານ ປທ ຄົວຈັ້ງ ດຣາເຊັ້ງ ໄດ້ມີຄໍາເຫັນໂອລົມຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ຜູ້ທີ່ຈະໄດ້ຮັບການແຕ່ງຕັ້ງ ຄັ້ງນີ້ ຈົ່ງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີທັດສະນະການເປັນຜູ້ນໍາສູງ ພ້ອມທັງເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນ, ສ້າງແຜນກົນໄກການນໍາພາເປັນໝູ່ຄະນະ, ມີຄວາມຊື່ສັດ ແລະ ອົດທົນ ຕໍ່ຄວາມຫຍຸ້ງຍາກຕ່າງໆ ຕິດພັນກັບການຮຽນຮູ້ ແລະ ຄົ້ນຄວ້າ-ຊອກຫາວິທິທາງແກ້ໄຂຂໍ້ຂາດຕົກບົກພ່ອງ ຂອງຕົນ ໂດຍຖືເອົາການລົງກໍ່ສ້າງຮາກຖານການເມືອງ ເປັນການຮັບຟັງຫາງສຽງຈາກສັງຄົມ. ພ້ອມນັ້ນ ຕ້ອງເອົາໃຈໃສ່ຈັດຕັ້ງເຄື່ອນໄຫວວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ວຽກງານທີ່ຂັ້ນເທິງມອບໝາຍ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ທັງປະສົບຜົນສໍາເລັດໃນທຸກດ້ານ ແລະ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈ ຂອງຂັ້ນເທິງ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 34 |
![]() | ມື້ວານນີ້ | 41 |
![]() | ອາທິດນີ້ | 105 |
![]() | ເດືອນນີ້ | 1054 |