ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ຄະນະໂຄສະນາອົບຮົມແຂວງ ເຂົ້າອວຍພອນກອ
  • ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI
  • ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຂໍ
  • ພິທີເປີດຂະບວນຈັດຕັ້ງປະຕິບັດຂໍ້ແຂ່
  • ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃ
  • ຄະນະໂຄສະນາແຂວງປະເມີນ ລັດຖະກອນ
ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງ.

ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງ.

22-23/4/2021 ແຂວງໄຊສົມບູນ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ...
ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຂໍ່ານັບຮັບຕ້ອນຮັບ ທ່ານ ປອ.ຄໍາພັນ ພົມມະທັດ.

ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຂໍ່ານັບຮັບຕ້ອນຮັບ ທ່ານ ປອ.ຄໍາພັນ ພົມມະທັດ.

ໃນວັນທີ 11/9/2020 ນີ້ຢູ່ທີ່ຫ້ອງການຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຂໍ່ານັບຮັບຕ້ອນຮັບ ທ່ານ ປ...
ພິທີເປີດຂະບວນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ  ຂອງກໍາມະບານ ແລະ ໜ່ວຍຊາວໜຸ່ມ 4 ບຸກ

ພິທີເປີດຂະບວນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກໍາມະບານ ແລະ ໜ່ວຍຊາວໜຸ່ມ 4 ບຸກ

(ພິທີເປີດຂະບວນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ  ຂອງກໍາມະບານ ແລະ ໜ່ວຍຊາວໜຸ່ມ 4 ບຸກ...
ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ

ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ

(ພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂ...
ຄະນະໂຄສະນາແຂວງປະເມີນ ລັດຖະກອນ

ຄະນະໂຄສະນາແຂວງປະເມີນ ລັດຖະກອນ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານພະນັກງານ-ລັດຖະກອນ ຜູ້ທີ່ຈະສະເໜີແຕ່...
Previous
Next

ສົມບູນ ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ແລະ ເຜີຍແຜ່ຜົນສໍາເລັດການກໍ່ສ້າງເສັ້ນມາງລົດໄຟ ລາວ-ຈີນ

 

ຄະນະໂຄສະນາອົບົຮມ ແຂວງໄຊສົມບູນ ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ  ແລະ ເຜີຍແຜ່ຜົນສໍາເລັດການກໍ່ສ້າງເສັ້ນມາງລົດໄຟ ລາວ-ຈີນ.

ພິທີ ປະຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 101 ປີ ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 01 ທັນວາ 2021 ນີ້ ທີ່ສະໂມສອນເມືອງອະນຸວົງ ແຂວງໄຊສົມບູນ  ໂດຍການເຂົ້າຮ່ວມ ຂອງທ່ານ ພົຕ ຄຳລຽງ ອຸທະໄກສອນ, ກຳມະການສູນການພັກ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ ພ້ອມດ້ວຍຄະນະພັກ-ຄະນະນຳແຂວງ ຕະຫຼອດຮອດພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົຕ ຄຳລຽງ ອຸທະໄກສອນ ໄດ້ປາຖະກະຖາເລົ່າຄືນມູນເຊື້ອ ແລະ ຄວາມໝາຍ-ຄວາມສຳຄັນຂອງວັນຊາດທີ 2 ທັນວາ ຊຶ່ງເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ, ລະອິດລະອ້ຽວ ແລະ ພິລະອາດຫານ ຊຶ່ງເຕັມໄປດ້ວຍນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ສະຫຼາດຫຼັກແຫຼມ ຊຶ່ງພັກໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານ ແລະ ການຄອບຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນ ທັງເກົ່າ ແລະ ໃໝ່ ຢ່າງອົງອາດກ້າຫານ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງມີໄຊ ແລະ ສະຖາປະນາສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ຊຶ່ງເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ ທັງເປັນວັນທີ່ປະຊາຊົນລາວ ໄດ້ມີເອກະລາດຢ່າງສົມບູນ, ມີປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ, ເປັນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງສາປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ. ຈາກນັ້ນທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກແຂວງ ໄດ້ເລົ່າຄືນມູນເຊື້ອ ການເຄື່ອນໄຫວໃນແຕ່ລະໄລຍະ ຂອງປະທານ ໄກສອນ ພົມວິຫານ ຕື່ມອີກ ຊຶ່ງທ່ານແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຮັກຫຼານແພງຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກຮົບປະຕິວັດຜູ້ດີເລີດ ທັງເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງພັກ-ລັດ, ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວ ຊຶ່ງລູກຫຼານຮຸ່ນໃໝ່ຄວນຕັ້ງໜ້າຮໍ່າຮຽນເອົາແບບຢ່າງອັນດີງາມ ແລະ ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແລະ ຕື່ນຕົວປະຕິບັດຢ່າງເປັນເຈົ້າການ, ນັ້ນແມ່ນການຢຶດໝັ້ນອຸດົມການສູ້ຈຸດໝາຍສັງຄົມນິຍົມ, ມີມານະຈິດປະຕິວັດອັນເດັດດ່ຽວໜ່ຽວແໜ້ນ ແລະ ສຸດກົກສຸດປາຍ, ມີນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມເສຍສະຫຼະ ແລະ ອຸທິດຕົນຢ່າງບໍ່ມີຂອບເຂດເພື່ອຊາດ ເພື່ອປະຊາຊົນ, ມີຄວາມສະດຸ້ງໄວ ທັງມີຄວາມກ້າຫານ ແລະ ມີຫົວຄິດປະດິດສ້າງ ໃນການໝູນໃຊ້ທິດສະດີ ແລະ ບົດຮຽນຂອງຕ່າງປະເທດ ເຂົ້າກັບເງື່ອນໄຂຕົວຈິງຂອງປະເທດເຮົາ ເພື່ອສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ສີວິໄລ ຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບການເຜີຍແຜ່ຜົນສຳເລັດການກໍ່ສ້າງທາງລົດໄຟລາວ-ຈີນ ຈາກທ່ານ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສຳຄັນຂອງເສັ້ນທາງລົດໄຟ ລາວ-ຈີນ ເພາະເປັນໂສມໜ້າອັນໃໝ່ ຂອງລາວເຮົາ ພ້ອມທັງສ້າງເງື່ອນໄຂອັນສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງສິ້ນຄ້າ, ເປັນພາກສ່ວນທີສຳຄັນໃນໂຄງປະກອບໂຄງລ່າງຂອງການຜະລິດເສດຖະກິດແຫ່ງຊາດ ຊຶ່ງຍາມໃດພັກ-ລັດ ເຮົາກໍຖືເອົາການຄົມມະນາຄົມຂົນສົ່ງເປັນປາຍແຫຼມ ເພື່ອອຳນວຍຄວາມສະດວກ ແລະ ມີຄຸນປະໂຫຍດທີສຳຄັນໃຫ້ແກ່ການດຳລົງຊິວິດ ກໍຄືການພັດທະນາປະເທດ ໃຫ້ນັບມື້ຂະຫຍາຍຕົວຂຶ້ນກວ່າເກົ່າ.

                            

 

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

123458
ມື້ນີ້ມື້ນີ້29
ມື້ວານນີ້ມື້ວານນີ້41
ອາທິດນີ້ອາທິດນີ້100
ເດືອນນີ້ເດືອນນີ້1049

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້