ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມ ວຽກງານໂຄສະນາອົບຮົມ ທົ່ວປະເທດ ປະຈຳປີ 2020-2021 ແລະ ທິດທາງປີ 2022 ແບບທາງໄກ ໃນວັນທີ 9 ກຸມພາ ນີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ທ່ານ ຄຳພັນ ເຜີຍຍະວົງ
ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະນຳແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ມີໂຄສະນາອົບຮົມບັນດາແຂວງ ແລະ ເມືອງໃນທົ່ວປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ສຳລັບແຂວງໄຊສົມບູນ ເຂົ້າຮ່ວມໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ.
ໃນກອງປະຊຸມ ທ່ານ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມ ຊຶ່ງກອງປະຊຸມໃນຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າ ສະຫຼຸບຕີລາຄາສະພາບການ ເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນຊຸມປີ 2020-2021 ທີ່ຜ່ານມາ, ພ້ອມກັນຄົ້ນຄວ້າວິທີການແກ້ໄຂ ເພື່ອກຳນົດທິດທາງ ໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມ ໃນປີ 2022 ໃຫ້ມີເນື້ອໃນເລິກເຊິ່ງ, ແທດຕົວຈິງ ແລະ ສາມາດປະຕິບັດໄດ້ ພ້ອມນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຄົ້ນຄົ້ວ ປະກອບຄຳເຫັນ ໃສ່ບົດສະຫຼຸບ ແລະ ການເຄື່ອນໄຫວວຽກງານໂຄສະນາອົບຮົມໃນຕໍ່ໜ້າ.
ຈາກນັ້ນ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມ ປະຈຳປີ 2020-2021 ແລະ ທິດທາງໜ້າທີ່ຈຸດສຸມປີ 2022 ທ່ານໄດ້ຍົກໃຫ້ເຫັນເຖິງຜົນສຳເລັດວຽກງານທີ່ພົນເດັ່ນຫລາຍດ້ານ ໃນໄລຍະສອງປີຜ່ານມາ ຊຶ່ງວຽກງານໂຄສະນາອົບຮົມ ຍັງສືບຕໍ່ຮັກສາໄດ້ບົດບາດສຳຄັນ ໃຈກາງໃນການເຄື່ອນໄຫວວຽກງານ ການເມືອງ-ແນວຄິດ ຂອງທົ່ວພັກ, ປະກອບສ່ວນ ສຳຄັນໃນການ ຜັນຂະຫຍາຍແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ນິຕິກຳຂອງລັດ ເຂົ້າສູ່ຊີວິດສັງຄົມຢ່າງກວ້າງຂວາງ, ເຮັດໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ເຄື່ອນໄຫວດຳລົງຊີວິດຕາມລັດຖະທຳມະນູນ ແລະ ກົດໝາຍ, ເປັນ ເຈົ້າການປັບປຸງຍົກລະດັບຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ, ເຂົ້າຮ່ວມປະກອບສ່ວນໃນຂະບວນການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ຢ່າງຕັ້ງໜ້າ. ຜົນສຳເລັດຂອງການ ເຄື່ອນໄຫວໃນສອງປີຜ່ານມາ ແມ່ນໄດ້ຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X, ຄັ້ງທີ XI ຂອງ ພັກ ແລະ ບັນດາເອກະສານອື່ນໆ ທີ່ສຳຄັນຂອງພັກ ແລະ ລັດ ໄດ້ ເຂົ້າສູ່ສັງຄົມຕົວຈິງ; ວຽກງານໂຄສະນາ, ປາຖະກະຖາ ແລະ ປຸກ ລະດົມ ໄດ້ຈັດຕັ້ງເຄື່ອນໄຫວຢ່າງຕໍ່ເນື່ອງ ໂດຍສະເພາະ ແມ່ນໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງ ຕັ້ງຊຸດອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານ ພັດທະນາໃຫ້ກຸ່ມບ້ານເປົ້າໝາຍ, ຝຶກອົບຮົມການເມືອງ-ແນວຄິດ ໃຫ້ແກ່ ຜູ້ຊົງຄຸນວຸດທິ ແລະ ຍັງໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງນໍາພາແນວຄິດ ໂດຍເສີມຂະຫຍາຍ ດ້ານຕັ້ງໜ້າ ແລະ ແກ້ໄຂບັນຫາດ້ານຫຍໍ້ທໍ້ໃຫ້ສອດຄ່ອງ, ລວມທັງ ການຕອບຕ້ານຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີ ຂອງອິດທິກໍາ ລັງປໍລະປັກ ແລະ ພວກຄົນບໍ່ດີ ໄດ້ໂດຍພື້ນຖານ ສ່ວນວຽກງານອື່ນໆກໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ.ຈາກນັ້ນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳເຫັນ ແລະ ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຂອງທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຕື່ມອີກ
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 45 |
![]() | ມື້ວານນີ້ | 48 |
![]() | ອາທິດນີ້ | 367 |
![]() | ເດືອນນີ້ | 1522 |