ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ກອງເລຂາ ຄະນະຮັບຜິດຊອບກະກຽມສະເຫຼີມສ
  • ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້
  • ປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກ
  • ພິທີ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກ
  • ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ
  • ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວ
ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອຍພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ 78 ປີ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອຍພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ 78 ປີ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອນພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ...
Previous
Next

ຄໍ່ານັບຕ້ອນສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

 

ໃນລະຫວ່າງວັນທີ 16-17 ມີນາ 2022 ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກການນໍາ ຂອງແຂວງ, ຂອງເມືອງ ກໍຄື ຄະນະໂຄສະນາອົບຮົມແຂວງ.

ການເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ແມ່ນໄດ້ພົບປະການນໍາ ຂອງແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ເຊິ່ງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍຫຍໍ້ ແລະ ສະພາບແນວຄິດໂດຍລວມ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທົ່ວແຂວງ ຈາກ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຂອງແຂວງ; ຈາກນັ້ນ ທ່ານ ຢ່າຊົ່ງວາ ຢົງມາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ລາຍງານ ສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງໄຊສົມບູນ ໃນໄລຍະຜ່ານມາ ເຊິ່ງເຫັນວ່າຄະນະໂຄສະນາອົບຮົມແຂວງ ໄດ້ເອົາໃຈໃສ່ຜ່ານຜ່າຄວາມຫຍຸ້ງຍາກ ສາມາດເຮັດສໍາເລັດໜ້າທີ່ຂອງຕົນເປັນຢ່າງດີ ແຕ່ກໍຍັງມີຫຼາຍບັນຫາ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ; ພ້ອມດຽວກັນນີ້ ກໍໄດ້ແລກປ່ຽນຄວາມຄິດຄວາມເຫັນ ເພື່ອຖອດຖອນບົດຮຽນ ລະຫວ່າງສູນກາງ ກັບທ້ອງຖິ່ນ ກ່ຽວກັບວິຊາສະເພາະໃນແຕ່ລະດ້ານ ໃນເຊິງວິຊາການ ເພື່ອພ້ອມກັນສ້າງການຫັນປ່ຽນໃໝ່ ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ; ຈາກນັ້ນ, ທ່ານ ລາວປາວຊົ່ງ ນະວົງໄຊ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງບັນຫາ ຕໍ່ຄະນະໂຄສະນາອົບຮົມແຂວງໄຊສົມບູນ ດັ່ງນີ້:

     – ເອົາໃຈໃສ່ຕິດຕາມ, ຊຸກຍູ້ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ໄປຄຽງຄູ່ກັນນັ້ນ ກໍໃຫ້ເອົາໃຈໃສ່ຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມທີ່ມີ ຕໍ່ແນວທາງແຜນນະໂຍບາຍ ຂອງພັກ-ລັດ ກໍຄື ຂອງແຂວງ ໄປພ້ອມກັບການແກ້ໄຂບັນຫາຕ່າງໆໃຫ້ທັນກັບສະພາບການ.

     – ເອົາໃຈໃສ່ປັບປຸງເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວວຽກງານໂຄສະນາສຶກສາອົບຮົມໃຫ້ເລິກເຊິ່ງ, ມີຫຼາຍຮູບຫຼາຍສີ, ແທດກັບແຕ່ລະເປົ້າໝາຍ ແລະ ເຮັດໜ້າທີ່ເປັນເສນາທິການໃຫ້ຄະນະພັກຂັ້ນ ຂອງຕົນໃຫ້ດີ, ມີຄຸນນະພາບ.

     – ເອົາໃຈໃສ່ຜັນຂະຫຍາຍ ຜົນກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2021 ແລະ ເນື້ອໃນຄໍາເຫັນໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ, ຮອງປະທານປະເທດ ຕໍ່ກອງປະຊຸມໃຫ້ປະກົດຜົນເປັນຈິງ.

     – ສະຫຼຸບການຈັດຕັ້ງປະຕິບັດພາລະບົດບາດ ຂອງຄະນະໂຄສະນາອົບຮົມແຂວງມີອັນດີ, ອັນອ່ອນແນວໃດ ເພື່ອເປັນບ່ອນອີງໃຫ້ແກ່ການກະກຽມຄົ້ນຄ້ວາປັບປຸງກົງຈັກການຈັດຕັ້ງ ແລະ ປັບປຸງພາລະບົດບາດ ຂອງຄະນະໂຄສະນາອົບຮົມແຂວງຄືນໃໝ່ ແລະ ເປັນເອກະພາບກັນໃນທົ່ວປະເທດ.

     – ສ້າງແຜນການ, ກິດຈະກໍາ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ໃຫ້ຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ ໂດຍແທດເໝາະກັບເງື່ອນໄຂ ແລະ ຈຸດພິເສດ ຂອງແຂວງ.

ໃນໂອກາດດັ່ງກ່າວ ສະຫາຍຮອງຫົວໜ້າ ຄອສພ ຍັງໄດ້ມອບປຶ້ມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ປຶ້ມຄັດຈ້ອນມະຕິກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ, ເຈວລ້າງມື ແລະ ເງິນຈໍານວນໜຶ່ງໃຫ້ຄະນະໂຄສະນາອົບຮົມແຂວງ, ນອກຈາກນັ້ນ ທ່ານຮອງຫົວໜ້າ ຄອສພ ຍັງໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ເມືອງລ້ອງແຈ້ງ ພ້ອມທັງມອບຄອມພິວເຕີ 1 ໜ່ວຍ, ເຈວລ້າງມື ແລະ ເງິນຈໍານວນໜຶ່ງ ໃຫ້ຄະນະໂຄສະນາອົບຮົມເມືອງລ້ອງແຈ້ງຕື່ມອີກ.

 ພາຍຫຼັງເຮັດວຽກຢູ່ແຂວງໄຊສົມບູນ ເປັນເວລາ 2 ວັນ ທ່ານຮອງຫົວໜ້າ ຄອສພ ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງຕໍ່ ແລະ ສືບຕໍ່ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ ຈົນເຖິງວັນທີ 24 ມີນາ 2022 ຈຶ່ງກັບຄືນນະຄອນຫຼວງວຽງຈັນ.

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

134879
ມື້ນີ້ມື້ນີ້49
ມື້ວານນີ້ມື້ວານນີ້48
ອາທິດນີ້ອາທິດນີ້371
ເດືອນນີ້ເດືອນນີ້1526

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້