ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ກອງເລຂາ ຄະນະຮັບຜິດຊອບກະກຽມສະເຫຼີມສ
  • ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້
  • ປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກ
  • ພິທີ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກ
  • ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ
  • ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວ
ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອຍພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ 78 ປີ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອຍພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ 78 ປີ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອນພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ...
Previous
Next

ພິທີ ປາຖະກະຖາວັນຍຶດອໍານາດທົ່ວປະເທດ 23 ສິງຫາ 1945 ຄົບຮອບ 77 ປີ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດພິທີ ປາຖະກະຖາວັນຢຶດອຳນາດ 23 ສິງຫາ 1945 ຄົບຮອບ 77 ປີ ແລະ 23 ສິງຫາ 1975 ຄົບຮອບ 47 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ່ 4 ສະໄໝທີ XI ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 8 ສະໄໝທີ I

@@@@@@********@@@@@@

ພິທີ ປາຖະກະຖາວັນຢຶດອໍານາດ 23 ສິງຫາ 1945 ຄົບຮອບ 77 ປີ ແລະ 23 ສິງຫາ 1975 ຄົບຮອບ 47 ປີ ພ້ອມທັງເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ່ 4 ສະໄໝທີ XI ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 8 ສະໄໝທີ I. ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 23 ສິງຫາ 2022 ນີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງສະຫາຍ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ວາລະດໍາເນີນການປາຖະກະຖາ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 8 ສະໄໝທີ I ຈາກສະຫາຍ ຄົວຈັ້ງ ດຣາເຊັ້ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມທັງຮັບຟັງການເຜີຍແຜ່ມະຕິ ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, ມະຕິ ວ່າດ້ວຍການເພີ່ມທະວີ ຕໍ່ວຽກງານວັດທະນະທຳ ໃນໄລຍະໃໝ່ ແລະ ຮັບຟັງບັນດາເນື້ອໃນເອກະສານ ທີ່ສຳຄັນອື່ນໆ ອີກຈຳນວນໜຶ່ງ ທັງນີ້ ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານນຳພາ-ຄຸ້ມຄອງ ແຕ່ລະຂັ້ນ ໄດ້ກໍາແໜ້ນ-ເຊື່ອມຊຶມ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ພ້ອມທັງນຳເອົາເນື້ອໃນທີ່ສຳຄັນດັ່ງກ່າວນີ້ ໄປຈັດຕັ້ງເຜີຍແຜ່ໃຫ້ພະນັກງານ-ສະມາຊິກພັກ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ໄດ້ຮັບຮູ້ ແລະ ຫັນເອົາມະຕິຄຳສັ່ງ ທີ່ກ່າວມາຂ້າງເທິງນັ້ນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບ ດີຂຶ້ນກວ່າເກົ່າ. ໂອກາດນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາ ວັນຢຶດອຳນາດ 23 ສິງຫາ 1945 ແລະ 23 ສິງຫາ 1975 ຈາກສະຫາຍ ວົງສອນ ອິນປານພິມ ຊຶ່ງເນື້ອໃນປາຖະກະຖາ ໄດ້ຍົກໃຫ້ເຫັນເຖິງນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ສັດຕູ້ຜູ້ຮຸກຮາກ ແລະ ການກົດຂີ່ຂູດຮີດ ຂອງພວກລ່າເມືອງຂຶ້ນ ທີ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ ເພື່ອຄວາມເປັນເອກະລາດ ໂດຍຜ່ານຫຼາຍຍຸກຫຼາຍສະໄໝ ແຕ່ພາຍຫຼັງພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1930 ພາຍໃຕ້ການນຳພາຂອງພັກປະຕິວັດດັ່ງກ່າວ ການຕໍ່ສູ້ຂອງປະຊາຊົນລາວ ຈຶ່ງໄດ້ກ້າວສູ້ໄລຍະໃໝ່, ດ້ວຍຄຸນນະພາບໃໝ່ ຊຶ່ງພັກໄດ້ນຳພາປະຊາຊົນລາວບັນດາເຜົ່າ ລຸກຮື້ຂຶ້ນຢຶດອຳນາດການປົກຄອງ ທົ່ວປະເທດ ໃນວັນທີ 23 ສິງຫາ 1945 ຊຶ່ງເປັນຂີດໝາຍທາງປະຫວັດສາດຂອງຊາດ ແລະ ເປັນເງື່ອນໄຂ ໃຫ້ແກ່ການຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບໄຊຊະນະເປັນແຕ່ລະບາດກ້າວ. ພ້ອມນີ້ ການຢຶດອຳນາດໃນວັນທີ 23 ສິງຫາ 1975 ແມ່ນມີຄວາມໝາຍ-ຄວາມສຳຄັນຍິ່ງ ສໍາລັບປະຊາຊົນລາວທັງຊາດ ເພາະວ່າໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດ ອັນຍືດເຍື້ອຍາວນານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ແມ່ນຜົນທີ່ເກີດມາຈາກຄວາມກ້າຫານ ຢ່າງປະດິດສ້າງ ແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອຳນາດການປົກຄອງ ໃນທົ່ວປະເທດ ແບບບົວບໍ່ຊໍ້າ-ນໍ້າບໍ່ຂຸ່ນ ໂດຍແມ່ນໄຊຊະນະ ຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສ ຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງ ຂອງການປະຕິວັດລາວ ຢ່າງປະດິດສ້າງ, ມັນແມ່ນໄຊຊະນະຂອງກຳລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕ້ານສັດຕູໂຕດຽວກັນ ຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

-----@@-----

ຂຽນໂດຍ: ສິດນ້ອຍ ນາມມີໄຊ

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 4  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

134874
ມື້ນີ້ມື້ນີ້44
ມື້ວານນີ້ມື້ວານນີ້48
ອາທິດນີ້ອາທິດນີ້366
ເດືອນນີ້ເດືອນນີ້1521

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້