ໃນວັນທີ 31 ຕຸລາ 2022 ນີ້, ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດກອງຊຸມ ປະເມີນໜ່ວຍພັກຂອງຕົນ ທີ່ຫ້ອງປະຂຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ ຜູ້ຊິນຳວຽກງານພັກ-ພະນັກງານ, ມີສະຫາຍ ຄົວຈັ້ງ ດຣາເຊັ້ງ, ເລຂາໜ່ວຍພັກ, ຫົວໜ້ຄະນະໂຄສະນາອົບຮົມແຂວງ ມີຮອງເລຂາໜ່ວຍພັກ ພ້ອມດ້ວຍຄະນະຮັບຜິດຊອບການປະເມີນ ແລະ ສະມາຊີກພັກ ພາຍໃນໜ່ວຍເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ເປັນການປະເມີນ, ຕີລາຄາ ເພື່ອຍົກໃຫ້ເຫັນເຖິງດ້ານດີຜົນງານອັນພົ້ນເດັ່ນ ຂໍ້ຄົງຄ້າງ ແລະ ການແກ້ໄຂບັນຫາ ໃນການຊີ້ນຳ-ນຳພາ ຂອງໜ່ວຍພັກ ໃນໄລຍະທີ່ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ຂອງໜ່ວຍພັກຄະນະໂຄສະນາອົບຮົມ ແຂວງໄຊສົມບູນ, ໂອກາດດຽວກັນນີ້ ບັນດາສະມາຊິກພັກ ພາຍໃນໜ່ວຍກໍ່ໄດ້ຜັດປ່ຽນກັນຂຶ້ນຜ່ານຮ່າງປະເມີນຕົນເອງ ພ້ອມທັງປະກອບຄຳຄິດ-ຄຳເຫັນ ເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນ ແລະ ຖືກຕ້ອງ ຕາມລະບຽບ ຫຼັກການ ທີ່ຂັ້ນເທິງວາງອອກ, ທັງນີ້ ກໍເພື່ອເປັນການກໍ່ສ້າງຊຶ່ງກັນ ແລະ ກັນ ພ້ອມກັນກ້າວໜ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ທີ່ຂັ້ນເທິງມອບໝາຍໃຫ້ ພ້ອມທັງສູ້ຊົນສືບຕໍ່ສ້າງໜ່ວຍພັກ ໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງມີປະສິດທິພາບສູງ.
ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງການຜ່ານບົດສະຫຼຸບ ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການ 2023 ຈາກສະຫາຍ ເລຂາໜ່ວຍພັກ, ຊຶ່ງໜ່ວຍພັກຄະນະໂຄສະນາອົບໂຮມແຂວງ ປະກອບມີຄະນະໜ່ວຍພັກ 2 ສະຫາຍ, ຍິງ 0 ສະຫາຍ, ມີສະມາຊິກພັກທັງໝົດ 7 ສະຫາຍ, ຍິງ 2 ສະຫາຍ ແຕ່ລະສະຫາຍ ໄດ້ຢຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັກການ 3 ທິດນຳ ໃນການກໍ່ສ້າງປັບປຸງຕົນເອງ ໂດຍຖືເອົາການຮ່ວມຊິວິດພັກ ເປັນກົດເກນພື້ນຖານ ເຮັດໃຫ້ສະມາຊິກແຕ່ລະສະຫາຍ ມີສະຕິເຄົາລົບຕໍ່ການຈັດຕັ້ງ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ, ມີຄວາມເຂັ້ມງວດຕໍ່ລະບຽບວິໄນ ແລະ ເປັນແບບຢ່າງນຳໜ້າ ໃນຂະບວນການມະຫາຊົນ. ຊຶ່ງມັນໄດ້ສະແດງອອກໃນການປະເມີນ ສະມາຊິກພັກໄດ້ປະເພດແຂງ 9 ສະຫາຍ, ຍິງ 2 ສະຫາຍ ກວມເອົາ 100 % ຂອງແຜນການປະເມີນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກເໜັ້ນ ໃນປີ 2022 ແລະ ໜ່ວຍພັກສາມາດຕີລາຄາຈັດຢູ່ໃນປະເພດແຂງ.
_______@@@________
ຂຽນໂດຍ: ສິດນ້ອຍ ນາມມີໄຊ
ມີ ໜຶ່ງ ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 27 |
![]() | ມື້ວານນີ້ | 41 |
![]() | ອາທິດນີ້ | 98 |
![]() | ເດືອນນີ້ | 1047 |