ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ພິທີ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກ
  • ຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບເອົ
  • ກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບທັ
  • ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວ
  • ກອງປະຊຸມປຶກສາຫາລື ຂອງບັນດາອະນຸກໍາມ
  • ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ
Previous
Next

ກອງປະຊຸມປະເມີນພະນັກງານ-ລັດຖະກອນ ຂອງຄະນະໂຄສະນາອົບຮົມ ແຂວງໄຊສົມບູນ

  • ໃນຕອນບ່າຍຂອງວັນທີ 6 ທັນວາ 2022 ນີ້ ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ປະເມີນຜົນສະເພາະຂອງພະນັກງານ-ລັດຖະກອນ ຂະແໜງໂຄສະນາ-ປາຖະກະຖາ ຄະນະໂຄສະນາອົບຮົມ ແຂວງ ຢູ່ທີ່ຫ້ອງຫົວໜ້າໂຄສະນາອົບຮົມ ແຂວງ ໂດຍການເປັນປະທານຂອງທ່ານ ຢ່າຊົ່ງວ່າ ຢົງມາ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງ ມີຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍ ພະນັກງານວິຊາການ ແລະ ຄະນະຮັບຜິດ ຊອບການປະເມີນເຂົ້າຮ່ວມ.
  • ໃນໂອກາດນີ້ ປະທານກອງປະຊຸມໄດ້ມີຄຳເຫັນຊີ້ນໍາຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງຫົວໜ້າຂະແໜງ, ຮອງຂະແໜງ ແລະ ບັນດາພະນັກງານວິຊາການພາຍໃນຂະແໜງໂຄສະນາ-ປາຖະກະຖາ ຈົ່ງພ້ອມກັນປະກອບຄຳຄິດເຫັນ ຕຳນິຕິຊົມດ້ວຍຄວາມຈິງໃຈ ເພື່ອປັບປຸງ, ກໍ່ສ້າງພະນັກງານດຳລົງຕຳແໜ່ງບໍລິຫານປະເພດ 6 ເພື່ອໃຫ້ໄດ້ຜູ້ທີ່ມີຄວາມຮູ້ຄວາມສາມາດຕາມຄາດໝາຍທີ່ວາງໄວ້. ນອກຈາກນີ້ ຄະນະຈັດຕັ້ງພິທີກໍ່ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 680/ຄອຂ.ຊບ ລົງວັນທີ 1 ທັນວາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະຮັບຜິດຊອບປະເມີນຜົນສະເພາະ ຂອງການຈັດຕັ້ງບ່ອນສັງກັດ ກ່ອນການແຕ່ງຕັ້ງດຳລົງຕຳແໜ່ງໃໝ່ ທັງນີ້ ກໍເພື່ອຮັບປະກັນໃຫ້ກອງປະຊຸມ ໄດ້ດໍາເນີນໄປດ້ວຍລັກສະນະສ້າງສັນ, ເລິກເຊິ່ງ, ເປັນລະບົບ, ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຮັບປະກັນຄວາມເປັນເອກະພາບ ແລະ ຖືກຕ້ອງຕາມສະພາບຄວາມເປັນຈິງ. ຈາກນັ້ນ ກອງປະຊຸມໄດ້ດໍາເນີນການປະເມີນຜົນດ້ວຍການຂຶ້ນຜ່ານໃບເກັບກ່ຽວຜົນງານ ຕາມແຕ່ລະຂັ້ນຕອນ ແລະ ເນື້ອໃນມາດຕະຖານທີ່ໄດ້ກໍານົດໄວ້ ກໍຄືການຍົກເອົາຜົນສໍາເລັດ ໃນໜ້າທີ່ວຽກງານໃດໜຶ່ງ ທີ່ຂັ້ນເທິງມອບໝາຍໃຫ້ຕົນຮັບຜິດຊອບ ລວມທັງຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງຕ່າງໆ ພ້ອມດຽວກັນນັ້ນໝູ່ຄະນະກໍໄດ້ປະກອບຄຳຄິດເຫັນ, ຕີລາຄາ ແລະ ພ້ອມກັນປັບ ປຸງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັບປະກັນໃຫ້ວຽກງານມີຄວາມກ້າວໜ້າ ທັງໄດ້ຮັບຜົນສໍາເລັດ ດີຂຶ້ນກ່ວາເກົ່າ.

------@@@--------

ຂຽນໂດຍ: ສິດນ້ອຍ ນາມມີໄຊ

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

127419
ມື້ນີ້ມື້ນີ້5
ມື້ວານນີ້ມື້ວານນີ້57
ອາທິດນີ້ອາທິດນີ້305
ເດືອນນີ້ເດືອນນີ້203

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້