ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 74 ປີ.
______________@______________
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ໄດ້ໝູນວຽນມາຄົບຮອບ 74 ປີ (ວັນທີ 20 ມັງກອນ1949 - 20 ມັງກອນ 2023) ດັ່ງນັ້ນ ເພື່ອເປັນການເຊີດຊູເຖິງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເວົ້າສະເພາະກໍ່ຄື ກອງບັນຊາການທະຫານ ແຂວງໄຊສົມບູນ ແລະ ກອງພັນໃຫຍ່ 101 ທີ່ເຮັດໜ້າທີ່ອັນສໍາຄັນ ແລະ ຍິ່ງໃຫຍ່ຂອງຊາດ, ຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄື ແຂວງໄຊສົມບູນ ໃຫ້ມີຄວາມສະຫງົບ, ມີຄວາມປອດໄພ ແລະ ປະຊາຊົນມີການທໍາມາຫາກິນ, ຢູ່ດີກິນດີ. ໃນຕອນບ່າຍຂອງວັນທີ 20 ມັງກອນ 2023 ນີ້ ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ຊຶ່ງນໍາໂດຍສະຫາຍ ຄົວຈັ້ງ ດຣາເຊັ້ງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101 ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົຈວ ຄຳອິ້ງ ກິ່ງແກ້ວ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງໄຊສົມບູນ ແລະ ສະຫາຍ ພັອ ບຸນຂຸ້ມ ສີຄຳໄຊ ເລຂາຄະນະພັກຫົວໜ້າການເມືອງ ກອງພັນໃຫຍ່ 101 ພ້ອມດ້ວຍຄະນະ.
ໃນການອວຍພອນສະຫາຍ ສະຫາຍ ຄົວຈັ້ງ ດຣາເຊັ້ງ ໄດ້ກ່າວອວຍພອນໄຊໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101 ຜ່ານໄປຍັງພະນັກງານ ນັກຮົບທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ,ມີພາລານະໄມສົມບູນ,ມີຄວາມສຸກສ່ວນຕົວ ແລະ ຄອບຄົວ ຊີ້ນໍາ-ນໍາພາກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101ໃຫ້ເຕີບໃຫຍ່ ແລະ ເຂັ້ມແຂງຂື້ນຢ່າງບໍ່ຢຸດຢັ້ງ ຈາກນັ້ນທາງ ຄະນະໂຄສະນາອົບຮົມແຂວງ ຍັງມອບກະຕ່າຂອງຂວັນເພື່ອເປັນກໍາລັງໃຈໃຫ້ກັບຄະນະພັກ-ຄະນະກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101 ນໍາອີກ. ພ້ອມດຽວກັນທາງຄະນະພັກ-ຄະນະກອງບັນຊາການທະຫານແຂວງ ແລະ ກອງພັນໃຫຍ່ 101 ໄດ້ສະແດງຄວາມຂອບໃຈຕໍ່ກັບ ຄະນະໂຄສະນາອົບຮົມແຂວງ ທີ່ໄດ້ມາອວຍພອນໃນຄັ້ງນີ້ ແລະ ໄດ້ອວຍພອນ ເນື່ອງໃນໂອກາດວັນປີໃໝ່ 2023 ໃຫ້ທາງ ຄະນະໂຄສະນາອົບຮົມແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທົ່ວ ແຂວງໄຊສົມບູນ ອີກດ້ວຍ.
-----@@@@------
ຂຽນໂດຍ: ສິດນ້ອຍ ນາມມີໄຊ
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 53 |
![]() | ມື້ວານນີ້ | 56 |
![]() | ອາທິດນີ້ | 296 |
![]() | ເດືອນນີ້ | 194 |