ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ພິທີ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກ
  • ຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບເອົ
  • ກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບທັ
  • ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວ
  • ກອງປະຊຸມປຶກສາຫາລື ຂອງບັນດາອະນຸກໍາມ
  • ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ
Previous
Next

ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ

ແຂວງໄຊສົມບູນ ຈັດພິທີໂຄສະນາ-ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ
&&&&&&&@&&&&&&&&
  • ແຂວງໄຊສົມບູນ ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ວັນ 22 ມີນາປີ 1955 ຫາວັນທີ 22 ມີນາ 2023 ຂຶ້ນໃນວັນ 22 ມີນາ ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການປາຖະກະຖາຂອງ ສະຫາຍ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ ພ້ອມດ້ວຄະນະປະຈຳພັກແຂວງ, ກຳມະການພັກແຂວງ ຕະຫຼອດຮອດພະແນກການ, ອົງການ, ກົມກອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
  • ໃນພິທີ ສະຫາຍ ແດງ ປະທຸມທອງ ໄດ້ປາຖະກະຖາ ຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຊຶ່ງພັກປະຊາຊົນປະຕິວັດລາວ ແມ່ນພັກທີ່ເດີນຕາມລັດທິມາກ-ເລນິນ ເປັນພັກທີ່ສືບທອດພາລະກິດຂອງພັກກອມມູນິດອິນດູຈີນ ເປັນຕົວແທນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຢ່າງແທ້ຈິງ ພັກຖືເອົາການຮັບໃຊ້ຊາດ ຮັບໃຊ້ປະຊາຊົນເປັນທິດນຳພື້ນຖານໃນການເຄື່ອນໄຫວຂອງຕົນ ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 22 ມີນາ 1955 ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນ ເລຂາທິການໃຫຍ່ ຂອງພັກປະຊາຊົນປະຕິວັດລາວໃນເວລານັ້ນ ຕະຫຼອດໄລຍະ 68 ປີຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາອັນປິຊາສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັັດລາວ ຊຶ່ງເຫັນໄດ້ວ່າປະເທດຊາດໄດ້ຮັບການພັດທະນາຢ່າງຮອບດ້ານ ດ້ວຍບາດກ້າວທີ່ໜັກແໜ້ນ ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ແບກຫາບພາລະກຳປະຫວັດສາດອັນແສນຫຍຸ້ງຍາກລຳບາກ ຊຶ່ງເຕັມໄປດ້ວຍການທົດສອບທີ່ ລະອິດລະອ້ຽວ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ແຕ່ມີກຽດອັນສູງສົ່ງ ນຳພາປວງຊົນລາວທັງຊາດຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຕ່າງຊາດ, ນຳເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິງ ມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ. ພັກເຮົາໄດ້ສືບຕໍ່ນຳພາປະເທດຊາດຜ່ານຜ່າຄວາມທຸກຍາກ ແລະ ສິ່ງທົດສອບຕ່າງໆ, ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດ 2 ໜ້າທີ່ ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດທີ່ມີຜົນສຳເລັດເປັນກ້າວໆ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດດ້ວຍ ການຍູ້ແຮງການຫັນເປັນອຸດສາຫະກຳຫັນເປັນທັນສະໄໝ. ທັງນີ້ ກໍເພື່ອເປັນການທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກເຮົາ ເພື່ອເຮັດໃຫ້ພະນັກງານ - ສະມາຊິກພັກ ທົ່ວແຂວງໄຊສົມບູນ ໄດ້ຮັບຮູ້ ແລະ ເຊື່ອມຊຶມເຂົ້າໃຈເຖິງບັນດາເຫດການ, ການເຄື່ອນໄຫວໃນແຕ່ລະໄລຍະ ບົນເສັ້ນທາງປະຕິວັດອັນລະອິດລະອ້ຽວ, ເສຍສະຫຼະເລືອດເນື້ອເພື່ອການປະຕິວັດ ພ້ອມກັນສືບຕໍ່ຮັກສາທາດແທ້ມູນເຊື້ອອັນສະຫງ່າງາມນັ້ນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.

----------@@@@@-----------

ຂຽນໂດຍ: ສິດນ້ອຍ ນາມມີໄຊ

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

127414
ມື້ນີ້ມື້ນີ້57
ມື້ວານນີ້ມື້ວານນີ້56
ອາທິດນີ້ອາທິດນີ້300
ເດືອນນີ້ເດືອນນີ້198

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້