ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ພິທີ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກ
  • ຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບເອົ
  • ກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບທັ
  • ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວ
  • ກອງປະຊຸມປຶກສາຫາລື ຂອງບັນດາອະນຸກໍາມ
  • ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ
Previous
Next

ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

  • ແຂວງໄຊສົມບູນ ສໍາເລັດກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ I ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V
--------@@@@------------
  • ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງໄຊສົມບູນ ຄັ້ງທີ I ແລະ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໄດ້ສໍາເລັດລົງ ຢ່າງຈົບງາມ ພາຍຫຼັງທີໄດ້ດໍາເນີນມາເປັນເວລາ 2 ວັນ ເລີ່ມແຕ່ວັນທີ 8 ຫາ 9 ພຶດສະພາ 2023 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພົອ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະປະຈໍາສະພາແຫ່ງຊາດ ເຂດເລືອກຕັ້ງທີ 18, ເລຂາໜ່ວຍພັກພະແນກການການ, ອົງການ, ກົມກອງ ຕະລອດຮອດເລຂາພັກເມືອງ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
  • ຕະຫຼອດໄລຍະຂອງການດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມທຸກສະຕິປັນຍາ ເຂົ້າໃນການຕີລາຄາ ແລະ ປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມ ເປັນຕົ້ນແມ່ນສະພາບແນວຄິດຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະປະຊາຊົນບັນດາເຜົ່າ ຕໍ່ການປະກອບສ່ວນພັດທະນາ ແຂວງໄຊສົມບູນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ພາຍຫຼັງທີ່ແຂວງໄດ້ຮັບການສ້າງຕັ້ງຂຶ້ນ, ການຈັດຕັ້ງປະຕິບັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໂດຍແນໃສ່ແກ້ໄຂແນວຄິດຄອງເດີມ, ການກໍ່ສ້າງພັກ-ພະນັກງານ, ການເຕົ້າໂຮມຄວາມສາມັກຄີ, ການປະຕິບັດບົດບາດຍິງ-ຊາຍ, ການໃຊ້ສິດປ່ອນບັດເລືອກຕັ້ງ, ການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ວຽກງານຄຸ້ມຄອງພົນລະເມືອງ, ການເຜີຍແຜ່ກົດໝາຍ ກ່ຽວກັບການສ້າງຄອບຄົວແບບຢ່າງປະຕິບັດກົດໝາຍ, ການຈັດຕັ້ງປະຕິບັດການຮຽນ-ການສອນ, ການປ້ອງກັນພະຍາດຕ່າງໆ ແລະ ການຜະລິດກະສິກຳເປັນສິນຄ້າ. ຊຶ່ງທັງໝົດນີ້ ກໍເພື່ອຮັບປະກັນໃຫ້ບັນດາສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດຊາວໜຸ່ມ-ໄວໜຸ່ມ, ນ້ອງນ້ອຍນັກຮຽນ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວແຂວງໄຊສົມບູນ ໄດ້ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ພ້ອມກັນຕັ້ງໜ້າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ ໃຫ້ມີຄວາມຈະເລີນຂຶ້ນເລື້ອຍໆ.
  • ໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນໂອລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນ ຈົ່ງເອົາໃຈໃສ່ສືບຕໍ່ສຶກສາຮົມຮົບການເມືອງ-ແນວຄິດ ໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ທີ່ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ເປັນປົກກະຕິ, ສືບຕໍ່ຍົກສູງຄຸນນະພາບ ແລະ ປະສິດທິຜົນ ທາງດ້ານແນວຄິດທິດສະດີ; ເຕົ້າໂຮມຄວາມສາມັກຕີ ຂອງປະຊາຊົນບັນດາເຜົ່າ, ຄົ້ນຄວ້າ ແລະ ກຳແໜ້ນທິດສະດີມາກ-ເລນິນ; ແນວຄິດປະທານ ໄກສອນ ພົມວິຫານ, ຍົກສູງຄຸນນະພາບໃນການກໍ່ສ້າງທຸກຊັ້ນຄົນໃຫ້ມີສະຕິຕື່ນຕົວ, ຢຶດໝັ້ນອຸດົມການຂອງພັກ, ປັບປຸງວຽກງານໂຄສະນາອົບຮົມໃຫ້ມີຄຸນນະພາບ, ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ບັນລຸຜົນສໍາເລັດ.

--------@@@@------------

ຂຽນໂດຍ: ສິດນ້ອຍ ນາມມີໄຊ

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

127419
ມື້ນີ້ມື້ນີ້5
ມື້ວານນີ້ມື້ວານນີ້57
ອາທິດນີ້ອາທິດນີ້305
ເດືອນນີ້ເດືອນນີ້203

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້