ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ກອງເລຂາ ຄະນະຮັບຜິດຊອບກະກຽມສະເຫຼີມສ
  • ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້
  • ປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກ
  • ພິທີ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກ
  • ພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ
  • ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວ
ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອຍພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ 78 ປີ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອຍພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ 78 ປີ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອນພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ...
Previous
Next

ພິທີ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ, ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ແລະ ແນວລາວຮັກຊາດ

  • ພິທີ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ, ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ ຢູ່ແຂວງໄຊສົມບູນ.
  • ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ (18/5/1959-18/5/2023), ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ (24/5/1960-24/5/2023) ຂຶ້ນ ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2023 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກພະນັກງານ, ທ່ານ ຄົວຈັ້ງ ດຣາເຊັ້ງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ-ຮອງຫົວໜ້າ 2 ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ຕະຫລອດຮອດ ພະນັກງານ-ສະມາຊິກພັກ, ພະນັກງານ ອາວຸໂສບຳນານ, ພ້ອມດ້ວຍອຳນາດການປົກຄອງສອງບ້ານ ເຂົ້າຮ່ວມ.
  • ໃນພິທີ ທ່ານ ຄົວຈັ້ງ ດຣາເຊັ້ງ ໄດ້ຂຶ້ນກ່າວຈຸດປະສົງ ເພື່ອເປັນການປູກຈິດສຳນຶກໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນໃນສັງຄົມໄດ້ຮັບຮູ້, ເຂົ້າໃຈເຖິງຄວາມໝາຍ-ຄວາມສຳຄັນ, ມູນເຊື້ອແຫ່ງການຕໍ່ສູ້ພິລະອາດຫານ, ຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງປະຊາຊົນບັນດາເຜົ່າ, ເພື່ອເປັນການສຶກສາອົບຮົມ, ປຸກລະດົມມະຫາຊົນ, ເປັນເຈົ້າການເສີມຂະຫຍາຍມູນເຊື້ອອັນດີງາມຂອງທ່ານຜູ້ນຳ ຕິດພັນກັບການຝຶກຝົນຫລໍ່ຫລອມ ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ, ຍົກສູງນໍ້າໃຈເສຍສະຫລະ ເຮັດທຸກຢ່າງ ເພື່ອຜົນປະໂຫຍດລວມຂອງຊາດ. ຈາກນັ້ນ ທ່ານ ພົຕ ວົງສອນ ອິນປານພິມ ໄດ້ໃຫ້ກຽດຂຶ້ນປາຖະກະຖາ ເລົ່າມູນເຊື້ອຄວາມໝາຍ ຄວາມສຳຄັນ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຊຶ່ງສ່ອງແສງໃຫ້ເຫັນວ່າການນຳພາຂອງພັກຖືກຕ້ອງສະຫລາດສ່ອງໃສ, ຖືເປັນໄຊຊະນະອັນໃຫຍ່ຫລວງ ຂອງກຳລັງປະກອບອາວຸດ ພາຍໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ເປັນບົດຮຽນອັນລໍ້າຄ່າໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາທີ່ສາມາດຍາດເອົາໄຊຊະນະ ໃນໄລຍະຕໍ່ມາ. ຄະນະພັກ-ຄະນະບັນຊາ, ພະນັກງານ ສະມາຊິກພັກ ຕະຫລອດຮອດນັກຮົບ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນລາວ ຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງພວກຈັກກະພັດ ແລະ ລູກແຫລ້ງຕີນມືຂອງພວກເຂົາທີ່ຫວັງດັບມອດກຳລັງປະຕິວັດ, ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໜັ້ນໜຽວບໍ່ຄອນແຄນຕໍການນາບຂູ່, ຫລອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ ພ້ອມນັ້ນເຮັດໃຫ້ກຳລັງປະຕິວັດ ໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ຂຶ້ນຢ່າງບໍ່ຢຸດຢັ້ງ.

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 3  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

134870
ມື້ນີ້ມື້ນີ້40
ມື້ວານນີ້ມື້ວານນີ້48
ອາທິດນີ້ອາທິດນີ້362
ເດືອນນີ້ເດືອນນີ້1517

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້