ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ກອງປະຊຸມໃຫ່ຍກໍາມະບານຮາກຖານຄະນະໂຄສ
  • ກອງປະຊຸມ ປະເມີນຜົນການປະຕິບັດວຽກງານ
  • ກອງປະຊຸມ ສ່ອງແສງວຽກງານຕິດຕາມ, ເກັບກ
  • ກອງເລຂາ ຄະນະຮັບຜິດຊອບກະກຽມສະເຫຼີມສ
  • ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້
  • ພິທີ ປາຖະກະຖາ ວັນປະກາດເອກະລາດ ຄົບຮອ

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອຍພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ 78 ປີ

  • ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້າອອນພອນ ບໍລິສັດ ໂກເອກໂກ ເນື່ອງໃນວັນຊາດຫວຽດນາມ ຄົບຮອບ 78 ປີ
  • ທ່ານ ຄົວຈັ້ງ ດຣາເຊັ້ງ ຫົວໜ້າໂຄສະນາອົບຮົມ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນຄະນະນໍາບໍລິສັດໂກເອກໂກ ປະຈຳແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ 1 ກັນຍາ ນີ້ ເນື່ອງໃນໂອກາດ ວັນຊາດຂອງສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 78 ປີ ( ວັນທີ 2 ກັນຍາ 1945-2 ກັນຍາ 2023 ) ທີ່ຈະມາເຖິງນີ້ ໂດຍການຕ້ອນຮັບຂອງທ່ານ ໂຮ່ ສີ ແມັງ ຜູ້ອຳນວຍການບໍລິສັດ ແຮ່ທາດ ແລະ ຫລອມໂລຫະວຽງຈັນ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ.
  • ໃນໂອກາດນີ້ ທ່ານ ຄົວຈັ້ງ ດຣາເຊັ້ງ ໄດ້ກ່າວສະແດງຄວາມປິຕິຊົມຊື່ນ ແລະ ຟາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄຳອວຍພອນໄຊອັນປະເສີດ ຄວາມສາມັກຄີມິດຕະພາບອັນດູດດືມ ມາຍັງທ່ານ ໂຮ່ ສີ ແມັງ ພ້ອມດ້ວຍຄະນະບໍລິສັດ ໂກເອກໂກ ຕະຫຼອດຮອດປະຊາຊົນຊາວຫວຽດນາມທຸກທົ່ວໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມທີ່ສົມບູນ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ ແລະ ໃຫ້ພ້ອມກັນສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ຈະເລີນງອກງາມ ທີ່ມີມາແຕ່ດົນນານນັບມື້ນັບງົດງາມ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ ຕະຫຼອດໄລຍະ 78 ປີ ຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກຄອມມູນິດຫວຽດນາມ ທີ່ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ ຍ້ອນການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກຄອມມູນິດຫວຽດນາມ ກໍຄືລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຮ່ວມແຮງຮ່ວມໃຈສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ຮຸ່ງເຮືອງສີວິໄລ ສອງຊາດລາວຫວຽດນາມໄດ້ຮ່ວມກັນສູ້ຮົບ ແລະ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອຍາດເອົາຄວາມເປັນເອກະລາດຂອງແຕ່ລະຊາດ ຊຶ່ງມັນໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ບໍລິສຸດຜຸດຜ່ອງ ຄຽງບ່າຄຽງໄລ່ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາພັດທະນາປະເທດຊາດ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍຄືບໍລິສັດໂກເອໂກ ທີ່ໄດ້ປະກອບສ່ວນໃນການສ້າງສາ ແລະ ພັດທະນາ ແຂວງໄຊສົມບູນ ມາໂດຍຕະຫຼອດ ພວກຂ້າພະເຈົ້າຂໍຢືນຢັນຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວາງສອງປະເທດລາວ-ຫວຽດ ນາມ ໂດຍສະເພາະກໍຄືບໍລິສັດໂກເອກໂກ ປະຈຳແຂວງໄຊສົມບູນ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຕະຫລອດໄປ.

 

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

141486
ມື້ນີ້ມື້ນີ້197
ມື້ວານນີ້ມື້ວານນີ້38
ອາທິດນີ້ອາທິດນີ້694
ເດືອນນີ້ເດືອນນີ້291

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້