ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ກອງປະຊຸມໃຫ່ຍກໍາມະບານຮາກຖານຄະນະໂຄສ
  • ກອງປະຊຸມ ປະເມີນຜົນການປະຕິບັດວຽກງານ
  • ກອງປະຊຸມ ສ່ອງແສງວຽກງານຕິດຕາມ, ເກັບກ
  • ກອງເລຂາ ຄະນະຮັບຜິດຊອບກະກຽມສະເຫຼີມສ
  • ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້
  • ພິທີ ປາຖະກະຖາ ວັນປະກາດເອກະລາດ ຄົບຮອ

ກອງເລຂາ ຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງ ວັນເກີດ ປະທານ ຕໍາໄຕ ສີພັນດອນ ຄົບຮອບ 100 ປີ ລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ

  • ເພື່ອຮັບປະກັນໃຫ້ການສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ສໍາເລັດໄປຕາມຈຸດປະສົງ ແລະ ແຜນການທີ່ໄດ້ກຳນົດໄວ້ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນະອົບຮົມສູນກາງພັກ ທັງເປັນກອງເລຂາກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 28 ສິງຫາ 2023 ນີ້ ໂດຍມີສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ເຂົ້າຮ່ວມ.
  • ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບັນດາເອກະສານທີ່ສໍາຄັນ ເປັນຕົ້ນແມ່ນຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ແຜນດຳເນີນງານກະກຽມສະເຫຼີມສະຫຼອງ ຂອງສູນກາງ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ກ່ຽວກັບການກຳນົດບັນດາກິດຈະກໍາ ໃຫ້ແທດເໝາະກັບສະພາບຂອງແຂວງ ເປັນຕົ້ນແມ່ນການຈັດຕັ້ງປາຖະກະຖາ, ກິດຈະກຳຖາມ-ຕອບຄວາມຮູ້ກ່ຽວກັບການເຄື່ອນໄຫວ ຂອງປະທານ ຄໍາໄຕ ສີພັນດອນ ແລະ ຮູບແບບການໂຄສະນາຜ່ານສື່ຕ່າງໆ ຢູ່ຂັ້ນທ້ອງຖິ່ນ ເພື່ອໃຫ້ມີເນື້ອໃນເລິກເຊິ່ງ, ເປັນຂະບວນການຟົດຟື້ນ, ຮັບປະກັນຄວາມສະຫງົບປອດໄພ ແລະ ເຕັມໄປດ້ວຍຄວາມໝາຍສໍາຄັນ. ເພື່ອເປັນການສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫຼະອຸທິດຕົນ ແລະ ຜົນງານອັນໃຫຍ່ຫຼວງ ຂອງປະທານ ຄໍາໄຕ ສີພັນດອນ ຕໍ່ພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍຄືຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງສຶກສາອົບຮົມ ແລະ ປຸກລະດົມ ໃຫ້ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຫຼັງ ໄດ້ນໍາເອົານໍ້າໃຈເສຍສະຫຼະ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການນໍາພາ, ແບບແຜນວິທີການເຮັດວຽກ ແລະ ແບບແຜນດຳລົງຊີວິດ ຕະຫຼອດຮອດແນວຄິດຊີ້ນໍາຂອງເພິ່ນໄປຮໍ່າຮຽນ ແລະ ຜັນຂະຫຍາຍ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນ ຕໍ່ປະເທດຊາດ ແລະ ປະຊາຊົນ ໃຫ້ເກີດປະໂຫຍດສູງສຸດ.

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

141494
ມື້ນີ້ມື້ນີ້205
ມື້ວານນີ້ມື້ວານນີ້38
ອາທິດນີ້ອາທິດນີ້702
ເດືອນນີ້ເດືອນນີ້299

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້