ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ກອງປະຊຸມໃຫ່ຍກໍາມະບານຮາກຖານຄະນະໂຄສ
  • ກອງປະຊຸມ ປະເມີນຜົນການປະຕິບັດວຽກງານ
  • ກອງປະຊຸມ ສ່ອງແສງວຽກງານຕິດຕາມ, ເກັບກ
  • ກອງເລຂາ ຄະນະຮັບຜິດຊອບກະກຽມສະເຫຼີມສ
  • ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້
  • ພິທີ ປາຖະກະຖາ ວັນປະກາດເອກະລາດ ຄົບຮອ

ພິທີ ປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ

  • ພິທີ ປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ໃຫ້ບາງພະແນກການ ຂອງແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ກັນຍາ 2023 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
  • ໃນພິທີ ທ່ານ ເລັ່ງລໍ່ ຢົງຊະເຈ່ຍວ່າ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານບັນດາຂໍ້ຕົກລົງ ແລະ ມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ໃຫ້ບາງພະແນກການຄື: ແຕ່ງຕັ້ງ ທ່ານ ສຸກສັນ ຈັນທະວົງ ເປັນຮອງຫົວໜ້າພະແນກຍຸຕິທໍາແຂວງ, ທ່ານ ພູຄໍາ ແກ້ວວົງໄຊ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຢ່າຊົ່ງວ່າ ຢົງມາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄປເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ.
  • ໂອກາດດັ່ງກ່າວ ທ່ານ ພົຕ ວົງສອນ ອິນປານພິມ ໄດ້ຍົກໃຫ້ເຫັນເຖິິງຄວາມໝາຍ-ສໍາຄັນ ຂອງການປັບປຸງ, ຊັບຊ້ອນພະນັກງານ ຊຶ່ງເປັນວຽກງານປົກກະຕິ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ກໍຄືການຈັດວາງພະນັກງານ ທີ່ມີມາດຖານເງື່ອນໄຂຄົບຖ້ວນ ເຂົ້າໃສ່ແຕ່ລະຕໍາແໜ່ງງານ ເພື່ອຮັບປະກັນໃຫ້ການຈັດຕັ້ງມີຄວາມເຂັ້ມແຂງ ພ້ອມທັງສາມາດນໍາພາຈັດຕັ້ງປະຕິບັດວຽກງານ ໃຫ້ສໍາເລັດຕາມທິດທາງຂອງພັກ-ລັດ ໃນແຕ່ລະໄລຍະ. ພ້ອມນັ້ນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນ ຈົ່ງເອົາໃຈໃສ່ເຮັດວຽກງານການເມືອງແນວຄິດ ເພື່ອໃຫ້ພະນັກງານມີຄວາມເຂົ້າໃຈຕໍ່ການປັບປຸງ ຊັບຊ້ອນພະນັກງານ ທັງມີຄວາມເຫັນດີເປັນເອກະພາບ ແລະ ໃຫ້ການສະໜັບສະໜູນ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້, ສ່ວນຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ກໍຕ້ອງໄດ້ເອົາໃຈໃສ່ຝຶກຝົນຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມຮູ້-ຄວາມສາມາດ ຄຽງຄູ່ກັບການສ້າງພາວະການເປັນຜູ້ນໍາທີ່ດີ ແລະ ຕ້ອງສຸມທຸກສະຕິປັນຍາຂອງຕົນ ເຂົ້າໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ສໍາເລັດຕາມທີ່ຂັ້ນເທິງມອບໝາຍ.

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

141486
ມື້ນີ້ມື້ນີ້197
ມື້ວານນີ້ມື້ວານນີ້38
ອາທິດນີ້ອາທິດນີ້694
ເດືອນນີ້ເດືອນນີ້291

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້