ຄໍ່ານັບຕ້ອນຮັບມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ 1 ຂອງແຂວງ                          ຊົມເຊີຍວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ  ຄົບຮອບ 67 ປີ                           

  • ກອງປະຊຸມໃຫ່ຍກໍາມະບານຮາກຖານຄະນະໂຄສ
  • ກອງປະຊຸມ ປະເມີນຜົນການປະຕິບັດວຽກງານ
  • ກອງປະຊຸມ ສ່ອງແສງວຽກງານຕິດຕາມ, ເກັບກ
  • ກອງເລຂາ ຄະນະຮັບຜິດຊອບກະກຽມສະເຫຼີມສ
  • ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ເຂົ້
  • ພິທີ ປາຖະກະຖາ ວັນປະກາດເອກະລາດ ຄົບຮອ

ກອງປະຊຸມ ສ່ອງແສງວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ

  • ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດກອງປະຊຸມ ສ່ອງແສງວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂຶ້ນໃນຕອນເຊົ້າຂອງວັນທີ 11 ຕຸລາ 2023 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີຄະນະພັກຈາກພະແນກການ, ອົງການ, ກົມກອງ ພ້ອມດ້ວຍເລຂາ-ຮອງເລຂາພັກເມືອງ ຕະຫຼອດຮອດຫ້ອງການທີ່ກ່ຽວຂ້ອງ 5 ເມືອງ ເຂົ້າຮ່ວມ.
  • ໂອກາດກ່າວເປີດກອງປະຊຸມ ສະຫາຍ ພົຕ ວົງສອນ ອິນປານພິມ ໄດ້ມີຄໍາເຫັນຊີ້ນໍາໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ໂດຍຍົກເອົາບັນຫາສະພາບການຫາງສຽງຈາກສັງຄົມ ແລະ ຈາກກຸ່ມຄົນບໍ່ດີ ທີ່ເປັນການໂຄ່ນລົ້ມໂຈມຕີ, ໃສ່ຮ້າຍປ້າຍສີ ພັກ-ລັດ, ການຫາງສຽງ ທີ່ກະທົບເຖິງແນວຄິດຈິດໃຈ ແລະ ສິດທິມະນຸດ ອື່ນໆ ມາປະກອບຄໍາຄິດ-ຄໍາເຫັນ, ປຶກສາຫາລື ເພື່ອຮັບປະກັນໃຫ້ກອງປະຊຸມ ດໍາເນີນໄປດ້ວຍຜົນສໍາເລັດ ແລະ ມີເນື້ອໃນຄົບຖ້ວນ. ຈາກນັ້ນ, ສະຫາຍ ຄົວຈັ້ງ ດຣາເຊັ້ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບ ຕີລາຄາການຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023. ຊຶ່ງຕະຫຼອດໄລຍະ 6 ເດືອນຜ່ານມາ ຄະນະໂຄສະນາອົບຮົມແຂວງ, ເມືອງ ແລະ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະປະຈໍາພັກແຂວງ, ຄະນະໂຄສະນາອົບຮົມສູນກາງພັກ ໃນການຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງ ຄົມ ທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ການບິດເບືອນໃສ່ຮ້າຍປ້າຍສີ ຈາກກຸ່ມຄົນບໍ່ຫວັງດີຕໍ່ປະເທດຊາດ, ຕໍ່ການນໍາພາຂອງພັກ-ລັດ ກໍຄືຕໍ່ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ເປັນຕົ້ນແມ່ນສະພາບແນວຄິດ-ຫາງສຽງສັງຄົມ ທີ່ເປັນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຄື ໃນໄລຍະຜ່ານມາ ຍັງເຫັນວ່າມີສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນຈໍານວນໜຶ່ງ ຍັງໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວສິ່ງທີ່ຜິດກົດໝາຍ, ຍັງມີການຈັບຈອງທີ່ດິນຂອງລັດ ໂດຍທີ່ບໍ່ໄດ້ຮັບອະນຸຍາດ, ການຫາງສຽງຕໍ່ຄວາມຫຍຸ້ງຍາກ ໃນການນໍາໃຊ້ເສັ້ນທາງສັນຈອນໄປມາ ແລະ ອື່ນໆ. ຊຶ່ງຕໍ່ກັບບັນຫາ ດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງ ໄດ້ວາງທິດທາງແຜນການໃນຕໍ່ໜ້າຄື ຈະສືບຕໍ່ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຢູ່ຂັ້ນແຂວງ ແລະ ເມືອງ ເພື່ອຂໍທິດຊີ້ນໍາແກ້ໄຂຈາກຂັ້ນເທິງ ໃຫ້ທັນກັບເວລາ, ສືບຕໍ່ໂຄສະນາ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ທຸກເປົ້າໝາຍ ແນໃສ່ຕ້ານການໂຄສະນາໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີ ຂອງກຸ່ມຄົນບໍ່ຫວັງດີ ແລະ ສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ ໃນໄລຍະຜ່ານມາ ໃຫ້ສອດຄ່ອງກັບສະພາບ ໃນແຕ່ລະໄລຍະ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນລາຍງານສະພາບແນວຄິດ-ຫາງສຽງສັງຄົມ ທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕື່ມອີກ.

ເອກະສານສຳຄັນຕ່າງໆ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169
ໜ່ວຍກູ້ໄພ:    1623

ຈຳນວນຄົນອອນໄລ໌ທ

ມີ 9  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

141486
ມື້ນີ້ມື້ນີ້197
ມື້ວານນີ້ມື້ວານນີ້38
ອາທິດນີ້ອາທິດນີ້694
ເດືອນນີ້ເດືອນນີ້291

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້