27/8/2021ແຂວງໄຊສົມບູນ ຈັດພິທີ ປາຖະກະຖາວັນຢຶດອຳນາດ 23 ສິງຫາ 1945, 23 ສິງຫາ 1975 ຄົບຮອບ 76 ປີ ແລະ ເຊື່ອມຊຶມບັນດາມະຕິ-ຄຳສັ່ງ ຂອງກົມການເມືອງສູນກາງພັກ ແລະ ດຳລັດ ຂອງລັດຖະບານ.
ໂດຍຈັດຕັ້ງປະຕິບັດຕາມແຈ້ງການແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການຈັດພິທີໂຄສະນາ-ປາຖະກະຖາວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ ໃຫ້ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍສຳຄັນຢ່າງກ້ວາງຂວາງເລິກເຊິ່ງ ສະບັບເລກທີ 125 /ຄອສພ, ລົງວັນທີ່ 15 ກຸມພາ 2018.
ພິທີ ປາຖະກະຖາວັນຢຶດອຳນາດ 23 ສິງຫາ 1945 ແລະ 23 ສິງຫາ 1975 ຄົບຮອບ 76 ປີ ພ້ອມທັງເຊື່ອມຊຶມບັນດາມະຕິ-ຄຳສັ່ງ ຂອງກົມການເມືອງສູນກາງພັກ ແລະ ດຳລັດ ຂອງລັດຖະບານ ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົຕ ຄຳລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມ ຜູ້ເຂົ້າຮ່ວມທັງໝົດ 123 ສະຫາຍ, ຍິງ 13 ສະຫາຍ.
ກ່ອນວາລະດໍາເນີນການປາຖະກະຖາ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານ ຄໍາສັ່ງ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ພ້ອມທັງຮັບຟັງການເຜີຍແຜ່ມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, ມະຕິ ວ່າດ້ວຍການເພີ່ມທະວີ ຕໍ່ວຽກງານວັດທະນະທຳ ໃນໄລຍະໃໝ່ ແລະ ຮັບຟັງບັນດາເນື້ອໃນເອກະສານ ທີ່ສຳຄັນອື່ນໆ ອີກຈຳນວນໜຶ່ງ ທັງນີ້ ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານນຳພາ-ຄຸ້ມຄອງ ແຕ່ລະຂັ້ນ ໄດ້ກຳແໜ້ນ-ເຊື່ອມຊຶມ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ພ້ອມທັງນຳເອົາເນື້ອໃນທີ່ສຳຄັນດັ່ງກ່າວນີ້ ໄປຈັດຕັ້ງເຜີຍແຜ່ໃຫ້ພະນັກງານ-ສະມາຊິກພັກ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ໄດ້ຮັບຮູ້ ແລະ ຫັນເອົາມະຕິຄຳສັ່ງ ທີ່ກ່າວມາຂ້າງເທິງນັ້ນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບ ດີຂຶ້ນກວ່າເກົ່າ. ໂອກາດນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາ ວັນຢຶດອຳນາດ 23 ສິງຫາ 1945 ແລະ 23 ສິງຫາ 1975 ຈາກສະຫາຍ ແດງ ປະຊຸມທອງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ຊຶ່ງເນື້ອໃນປາຖະກະຖາ ໄດ້ຍົກໃຫ້ເຫັນເຖິງນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ສັດຕູ້ຜູ້ຮຸກຮາກ ແລະ ການກົດຂີ່ຂູດຮີດ ຂອງພວກລ່າເມືອງຂຶ້ນ ທີ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ ເພື່ອຄວາມເປັນເອກະລາດ ໂດຍຜ່ານຫຼາຍຍຸກຫຼາຍສະໄໝ ແຕ່ພາຍຫຼັງພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1930 ພາຍໃຕ້ການນຳພາຂອງພັກປະຕິວັດດັ່ງກ່າວ ການຕໍ່ສູ້ຂອງປະຊາຊົນລາວ ຈຶ່ງໄດ້ກ້າວສູ້ໄລຍະໃໝ່, ດ້ວຍຄຸນນະພາບໃໝ່ ຊຶ່ງພັກໄດ້ນຳພາປະຊາຊົນລາວບັນດາເຜົ່າ ລຸກຮື້ຂຶ້ນຢຶດອຳນາດການປົກຄອງ ທົ່ວປະເທດ ໃນວັນທີ 23 ສິງຫາ 1945 ຊຶ່ງເປັນຂີດໝາຍທາງປະຫວັດສາດຂອງຊາດ ແລະ ເປັນເງື່ອນໄຂ ໃຫ້ແກ່ການຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບໄຊຊະນະເປັນແຕ່ລະບາດກ້າວ. ພ້ອມນີ້ ການຢຶດອຳນາດໃນວັນທີ 23 ສິງຫາ 1975 ແມ່ນມີຄວາມໝາຍ-ຄວາມສຳຄັນຍິ່ງ ສຳລັບປະຊາຊົນລາວທັງຊາດ ເພາະວ່າໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດ ອັນຍືດເຍື້ອຍາວນານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ແມ່ນຜົນທີ່ເກີດມາຈາກຄວາມກ້າຫານ ຢ່າງປະດິດສ້າງ ແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອຳນາດການປົກຄອງ ໃນທົ່ວປະເທດ ແບບບົວບໍ່ຊໍ້າ-ນໍ້າບໍ່ຂຸ່ນ ໂດຍແມ່ນໄຊຊະນະ ຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສ ຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງ ຂອງການປະຕິວັດລາວ ຢ່າງປະດິດສ້າງ, ມັນແມ່ນໄຊຊະນະຂອງກຳລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕ້ານສັດຕູໂຕດຽວກັນ ຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 48 |
![]() | ມື້ວານນີ້ | 48 |
![]() | ອາທິດນີ້ | 370 |
![]() | ເດືອນນີ້ | 1525 |