ໃນປີ 2022 ນີ້ ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ຈັດຕັ້ງປະຕິບັດຕາມ ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການນໍາໃຊ້ເອກະສານອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ ຕິດພັນກັບການສ້າງບ້ານພັດທະນາ ຢູ່ເມືອງທ່າໂທມ, ແຂວງໄຊສົມບູນ.
ຜ່ານການຈັດຕັ້ງປະຕິບັດແຜນການກໍ່ສ້າງບ້ານທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ ຕິດພັນກັບການສ້າງບ້ານພັດທະນາ ຢູ່ເມືອງທ່າໂທມ, ແຂວງໄຊສົມບູນ ມີທັງໝົດ 09 ບ້ານ ຄື: ບ້ານນາຫີນບູນ, ບ້ານຊຽງຕັ້ນ, ບ້ານໂພນຈະເລີນ, ບ້ານຫາດສາມຄອນ, ບ້ານຊຽງຄົງ, ບ້ານວຽງທອງ, ບ້ານພຽງຕາ, ບ້ານຍາມຈະເລີນ ແລະ ບ້ານນາຫ້ອງ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດແຜນການກໍ່ສ້າງແຕ່ເດືອນກຸມພາ ປີ 2022 ມາຮອດປັດຈຸບັນນີ້ຄະນະຮັບຜິດຊອບຕິດຕາມ, ກວດກາ, ປະເມີນຜົນ ການກໍ່ສ້າງບ້ານດັ່ງກ່າວ ໄດ້ລົງເຄື່ອນໄຫວກວດກາ, ປະເມີນຜົນຕົວຈີງ ຈໍານວນ 09 ບ້ານ ຕາມ 05 ບາດກ້າວ, 04 ມາດຖານ ການສ້າງບ້ານທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ ຕິດພັນກັບການສ້າງບ້ານພັດທະນາ ເຫັນວ່າບັນລຸຕາມແຜນການວາງໄວ້ ແລະ ໄດ້ສະເໜີຄະນະໂຄສະນາອົບຮົມແຂວງໄຊສົມບູນ ຮັບຮອງ, ອອກໃບຢັ້ງຢືນເປັນບ້ານທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ ຈໍານວນ 09 ບ້ານ ເທົ່າກັບ 100% ທຽບໃສ່ແຜນການແມ່ນໄດ້ບັນລຸຮ້ອຍສ່ວນຮ້ອຍ.
ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ຄະນະພັກ, ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນບ້ານມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມເຊື້ອໝັ້ນຕໍ່ການນໍາພາຂອງພັກ-ລັດ ຢ່າງຕາຍໃຈ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ, ເຮັດໃຫ້ບ້ານ, ເມືອງມີຄວາມສະຫງົບເປັນລະບຽບຮຽງຮ້ອຍດີ. ພ້ອມກັນສຸມທຸກສະຕິປັນຍາໃນການຈັດຕັ້ງປະຕິບັດ ແຜນນະໂຍບາຍ, ມະຕິ, ຄໍາສັ່ງ ເວົ້າລວມ-ເວົ້າສະເພາະ ແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງໄຊສົມບູນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ II ຂອງແຂວງໄຊສົມບູນ ໃຫ້ປະກົດຜົນເປັນຈີງ ຢ່າງບໍ່ຢຸດຢັ້ງ.
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 57 |
![]() | ມື້ວານນີ້ | 56 |
![]() | ອາທິດນີ້ | 300 |
![]() | ເດືອນນີ້ | 198 |