ກອງບັນຊາການ ປກສ ແຂວງໄຊສົມບູນ ຈັດພິທີປາຖະກະຖາ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນວັນທີ 03 ທັນວາ 2025 ນີ້ ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ( 2 ທັນວາ 1975 – 2 ທັນວາ 2025 ) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920 – 13 ທັນວາ 2025 ) ໂດຍການເປັນປະທານຂອງ ທ່ານ ພັອ ອຸໄດ ອິນສຸວັນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີຄະນະກອງບັນຊາການ, ບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.
ໃນພິທີ ທ່ານ ພັຕ ດາວບັນດອນ ໄຊຍະວົງ ຮອງຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງໄຊສົມບູນ ວ່າດ້ວຍການຍົກຍາຍນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊສົມບູນ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ວ່າດ້ວຍການດັດແກ້ຊັ້ນໃຫ້ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊສົມບູນ ໃນນີ້ດັດແກ້ຊັ້ນສິບໂທ ຂຶ້ນເປັນຊັ້ນຮ້ອຍຕີ ຈໍານວນ 07 ສະຫາຍ, ຍິງ 02 ສະຫາຍ ໂດຍໃຫ້ກຽດຂຶ້ນປະດັບຊັ້ນຂອງ ທ່ານ ພັອ ອຸໄດ ອິນສຸວັນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ. ຈາກນັ້ນ, ປະທານ ຍັງໃຫ້ກຽດຂຶ້ນເລົ່າຫວນຄືນມູນເຊື້ອ ວັນສະຖາປານາ ສປປ ລາວ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ, ເຊິ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ບັນດາພວກຈັກກະພັດຕ່າງດ້າວທີ່ເຂົ້າມາຮຸກຮານລາວ ພວກມັນໄດ້ກົດຂີ່ຂູດຮີດປະຊາຊົນລາວບັນດາເຜົ່າບັງຄັບໃຫ້ເປັນຂ້ອຍຂ້າ ຮັບໃຊ້ພວກເຂົາຢ່າງໂຫດຮ້າຍປ່າເຖື່ອນ, ແຕ່ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດອິນດູຈີນ ແລະ ພັກປະຊາຊົນ ປະຕິວັດລາວ ໄດ້ນຳພາປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນ ຕໍ່ສູ້ຕ້ານການຮຸກຮານຂອງບັນດາພວກຈັກກະພັດຕ່າງດ້າວຈົນໄດ້ຮັບໄຊຊະນະເປັນກ້າວໆມາ ແລະ ໄດ້ລົບລ້າງລະບອບເກົ່າແລ້ວສ້າງຕັ້ງລະບອບໃໝ່ປ່ຽນແທນ ໂດຍສະຖາປານາເປັນປະເທດ ສປປ ລາວ ຂື້ນໃນວັນທີ 2 ທັນວາ 1975. ຈາກນັ້ນກໍ່ໄດ້ສືບຕໍ່ຊີ້ນຳ ນຳພາປະຊາຊົນບັນດາເຜົ່າປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະ ສ້າງສາພັດທະນາປະເທດຊາດ ຈະເລີ່ນຮຸ່ງເຮືອງຂຶ້ນເລື້ອຍໆຈົນມາເຖິງປັດຈຸບັນນີ້.
ພ້ອມດຽວກັນນີ້, ທ່ານຍັງໄດ້ຫວນຄືນມູນເຊື້ອການນຳພາອັນສະຫຼາດສ່ອງໃສຂອງປະທານ ໄກສອນ ພົມວິຫານ ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ, ເຊິ່ງເພິ່ນໄດ້ສຸມທຸກສະຕິປັນຍາ, ຄວາມຮູ້-ຄວາມສາມາດ ນຳພາປະຊາຊົນບັນດາເຜົ່າເຂົ້າໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ຈົນໄດ້ຮັບໄຊຊະນະຕະຫຼອດມາ, ເປັນຕົ້ນແມ່ນ ພາລະກິດສ້າງຕັ້ງກອງລາດຊະວົງໃນເມື່ອກ່ອນ ກໍຄືກອງທັບປະຊາຊົນລາວໃນປັດຈຸບັນ, ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ນຳໃຊ້ແນວທາງປ່ຽນແປງໃໝ່ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ກ້າວໄປສູ່ສັງຄົມນິຍົມເທື່ອລະກ້າວ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີ ຄຸນສົມບັດ ສິນທຳປະຕິວັດ ແລະ ເປັນທີ່ເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດ. ໃນຕອນທ້າຍຂອງພິທິ ທ່ານ ພັອ ອຸໄດ ອິນສຸວັນ ຍັງໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ເຂົ້າຮ່ວມຈົ່ງພ້ອມກັນຮ່ຳຮຽນເອົາຄຸນສົມບັດ ສິນທຳປະຕິວັດ ແລະ ບົດຮຽນອັນສະຫຼາດສ່ອງໃສຂອງປະທານ ໄກສອນ ພົມວິຫານ ໄປໝຸນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງແຕ່ລະສະຫາຍຢ່າງມີຜົນສໍາເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa