ຄະນະປະຕິບັດງານພິເສດແຂວງໄຊສົມບູນ – ວຽງຈັນ ຈັດພິທີ ມອບສົ່ງຮ່າງອັດຖິທະຫານອາສາສະຫມັກ ແລະ ຊ່ຽວຊານຫວຽດນາມ ລະດູແລ້ງ 2025 -2026
ໃນວັນທີ 28 ເມສາ 2026 ນີ້ຄະນະປະຕິບັດງານພິເສດແຂວງໄຊສົມບູນ – ວຽງຈັນໄດ້ຈັດພິທີ ມອບສົ່ງຮ່າງອັດຖິນັກຮົບນິລະນາມ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດສາກົນ ໂດຍພິທີດັ່ງກ່າວໄດ້ຈັດຂຶ້ນທີ່ອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ, ເທດສະບານແຂວງໄຊສົມບູນ ໂດຍເຂົ້າຮ່ວມພິທີໃນຄັ້ງນີ້ ...