ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ເປີດກວ້າງ ສະໄໝສາມັນ ຄັ້ງທີ 4 ສະໄໝທີ II

ຄະນະບໍລິຫານງານພັກ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມຄົບຄະນະເປີດກວ້າງ ສະໄໝສາມັນ ຄັ້ງທີ 4 ສະໄໝທີ II ໃນຕອນເຊົ້າວັນທີ 20 ກໍລະກົດ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການ, ອົງການ ແລະ ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄຳເຫັນກ່າວໄຂກອງປະຊຸມວ່າ : ກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ II ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດມະຕິ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ສະໄໝສາມັນ ຄັ້ງທີ 2 ກໍຄືການສໍາຫຼວດ, ກວດກາ ແລະ ຕີລາຄາບັນດາໜ້າວຽກທີ່ວາງໄວ້ ສາມາດຜັນຫຍາຍຈັດຕັ້ງປະຕິບັດຫຍັງໄດ້ແດ່ ແລະ ຍັງຄ້າງຄາອັນໃດ ເພື່ອພ້ອມກັນຄົ້ນຄວ້າມາດຕະການແກ້ໄຂຂໍ້ຄົງຄ້າງ ໃນໄລຍະ 6 ເດືອນທ້າຍປີ 2026 ໃຫ້ບັນລຸຕາມແຜນການ.
ຈາກນັ້ນ, ສະຫາຍ ວັນຄໍາເກັ່ງ ຢ່າຊົງກົວ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ໄດ້ລາຍງານການນໍາພາ-ຊີ້ນໍາ ວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ໄລຍະຜ່ານມາ ຄະນະບໍລິຫານງານພັກແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ເຜີຍແຜ່ ມະຕິ-ຄຳສັ່ງ ຢ່າງກວ້າງຂວາງ ຕິດພັນກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມ 4 ເນື້ອໃນ 4 ຄາດໝາຍ ພ້ອມທັງ ຍົກລະດັບກຳລັງ ປກຊ-ປກສ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດເປັນກຳລັງຫຼັກແຫຼ່ງຂອງພັກ ໃນການຕ້ານ, ສະກັດກັ້ນ, ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ, ດ້ານເສດຖະກິດ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1.370 ກວ່າຕື້ກີບ, ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ ນັບມື້ເພີ່ມຂຶ້ນ ພ້ອມທັງ ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ຊຸກຍູ້ການຜະລິດເປັນສິນຄ້າ (ປູກຝັງ-ລ້ຽງສັດ) ເພື່ອຮັບປະກັນສະບຽງອາຫານໃຫ້ພຽງພໍພາຍໃນແຂວງ ແລະ ສົ່ງອອກຕ່າງແຂວງ, ຕິດຕາມລາຄາສິນຄ້າໃນທ້ອງຕະຫຼາດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ພ້ອມກັນນີ້ ກໍຊຸກຍູ້ໂຄງການພັດທະນາພື້ນຖານໂຄງລ່າງ-ເສັ້ນທາງຄົມມະນາຄົມທີ່ສຳຄັນ ແລະ ສຸມໃສ່ແກ້ໄຂບັນດາຄາດໝາຍທີ່ບໍ່ທັນບັນລຸ ຂອງຂະແໜງສຶກສາທິການ-ກິລາ ແລະ ສາທາລະນະສຸກ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ. ສ່ວນວຽກງານດ້ານອື່ນໆ ກໍໄດ້ມີການຈັດຕັ້ງປະຕິບັດ ແລະ ມີ ຜົນສໍາເລັດ.
ໃນກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄຳເຫັນຈາກພາກສ່ວນຕ່າງໆ ເປັນຕົ້ນແມ່ນ:ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ, ໂຄງການລົງທຶນຂອງລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານແຮກສ່ຽວຮ່ວມກັບບັນດາບ້ານ, ການກະກຽມສອບເສັງ ສົກຮຽນ 2025-2026 ແລະ ແຜນການສັບຊ້ອນນັກຮຽນໄປຮຽນຕໍ່ວິຊາສະເພາະ, ການຟື້ນຟູຜົນກະທົບຈາກໄພທຳມະຊາດ ແລະ ແຜນການຕ້ານແລ້ງ-ຕ້ານຖ້ວມໃນຕໍ່ໜ້າ ແລະ ຍັງໄດ້ຮັບຟັງຄຳເຫັນຂອງເລຂາພັກເມືອງ 5 ເມືອງ ຕື່ມອີກ. ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 1 ວັນເຄິ່ງ ຈຶ່ງຈະສໍາເລັດ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa