ເມືອງອະນຸວົງ ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ບັນດາເອກະສານ ທີ່ສໍາຄັນຕ່າງໆ ຂອງພັກ

ໃນວັນທີ 8 ກັນຍາ 2026 ນີ້ ເມືອງອະນຸວົງ ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ບັນດາເອກະສານ ທີ່ສໍາຄັນຕ່າງໆ ຂອງພັກຢູ່ທີ່ສະໂມສອນໃຫຍ່ເມືອງອະນຸວົງ ໂດຍການເປັນປະທານຂອງ ສະຫາຍ ພັດທະນາ ສີສົມພອນ ກໍາມະການພັກແຂວງ ເລຂາພັກເມືອງ ອະນຸວົງ , ມີຮອງເລຂາພັກເມືອງ ພ້ອມດ້ວຍ ຄະນະປະຈໍາພັກເມືອງ. ກໍາມະການພັກເມືອງ, ຄະນະພັກ 2 ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດ ພະນັກງານສະມາຊິກພັກທົ່ວເມືອງ ອະນຸວົງ ແລະ ເລຂາພັກບ້ານ 2 ບ້ານເທດສະບານເຂົ້າຮ່ວມ.
ໃນວາລະດໍາເນີນ ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII, ຄໍາແນະນໍາ ເລກທີ 303/ຄຈສ, ວ່າດ້ວຍ ການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XII, ເອກະສານອົບຮົບສະມາຊິກພັກ, ເອກະສານຄໍາສັ່ງ ວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ເອກະສານຄໍາແນະນໍາເລກທີ 12/ຄອສພ ກ່ຽວກັບການນໍາໃຊ້ເອກະສານອົບຮົມມະຫາຊົນ ຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໃໝ່, ເອກະສານຮູບແບບການສ້າງເອກະສານຂອງພັກ, ເອກະສານ ມະຕິ ວ່າດ້ວຍການເພິ່ມທະວີການນໍາພາຂອງພັກ ຕໍ່ກັບວຽກງານກໍ່ສ້າງຮາກຖານການເມືອງ, ມະຕິຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງຂັ້ນເມືອງ. ທັງນີ້ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈທີ່ເປັນເອກະພາບໃນຄະນະພັກ-ຄະນະນໍາ ແຕ່ລະຂັ້ນ ຕະຫຼອດຮອດພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ຈົ່ງນໍາເອົາເນື້ອໃນຈິດໃຈ, ທັດສະນະຊີ້ນໍາຂອງພັກ ແລະ ມາດຕະການຕ່າງໆ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ການປະຕິບັດຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິພົນດີຂື້ນເລື້ອຍໆ. ຈາກນັ້ນ ທ່ານ ຫຼືລໍ່ ເຢ້ສົມທ່າວ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ຜູ້ອໍານວຍການໂຮງຮຽນ, ແຕ່ງຕັ້ງ ທ່ານ ວັນດີ ວຽງຄໍາໄຊ ວ່າການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຂື້ນເປັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ອະນຸວົງ, ແຕ່ງຕັ້ງ ທ່ານ ຊົງທ່າວ ວ່າການຫົວໜ້າຫ້ອງການຍຸຕິທໍາເມືອງ ຂື້ນເປັນ ຫົວໜ້າຫ້ອງການຍຸຕິທໍາເມືອງ ອະນຸວົງ, ແຕ່ງຕັ້ງ ທ່ານ ນາງ ບໍ້ລໍ່ ຈື່ຕູ້ ຮອງປະທານ ສະຫະພັນແມ່ຍິງເມືອງ ຂື້ນເປັນວ່າການ ປະທານສະຫະພັນເເມ່ຍິງ ເມືອງອະນຸວົງ, ແຕ່ງຕັ້ງ ທ່ານ ວົງຊົ່ງ ຈື່ເຢ້ ວ່າການ ຜູ້ອໍານວຍການໂຮງຮຽນ ມສ ໄຊສົມບູນ ຂື້ນເປັນເປັນ ຜູ້ອໍານວຍການ ໂຮງຮຽນ ມສ ໄຊສົມບູນ, ແຕ່ງຕັ້ງ ທ່ານ ນາງ ກໍຢ່າງ ທໍ່ຕູ້ ຫົວໜ້າໜ່ວຍງານບໍລິຫານ-ຈັດຕັ້ງ ຫ້ອງການສະຫະພັນແມ່ຍິງເມືອງ ຂື້ນເປັນ ຮອງປະທານ ສະຫະພັນແມ່ຍິງເມືອງ ອະນຸວົງ, ຍົກຍ້າຍ ສະຫາຍ ນາງ ແດງ ໄຊສົມພູ ຮອງຫົວໜ້າຫ້ອງການວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄປເປັນ ຮອງປະທານ ສະຫະພັນແມ່ຍິງເມືອງ ອະນຸວົງ. ພ້ອມນັ້ນ ຍັງໄດ້ມອບຫຼຽນກາທີ່ລະນຶກ 50 ປີໃຫ້ແກ່ບັນດາສະມາຊິກພັກທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ.
ທ້າຍພິທີ ສະຫາຍ ພັດທະນາ ສີສົມພອນ ໄດ້ມີຄໍາເຫັນໂອ້ລົມ ຊຶ່ງທ່ານໄດ້ເນັ້ນໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໃນມື້ນີ້ຈົ່ງພ້ອມກັນນໍາເອົາເນື້ອໃນເອກະສານ ມະຕິ, ຄໍາແນະນໍາ, ກົດລະບຽບພັກ ທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດທີ່ຕົນຮັບຜິດຊອບ ໃຫ້ເກີດປະໂຫຍດ ແລະ ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa