ເມືອງລ້ອງຊານ ຈັດກອງປະຊຸມ ເຜີຍແຜ່ຜົນສໍເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ່XII ແລະ ປາຖະກະຖາວັນຊາດແຫ່ງສາທາລະນະລັດສັງຄົມນິຄົມຫວຽດນາມ ຄົບຮອບ 81 ປີ, ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ

ໃນຕອນເຊົ້າຂອງວັນທີ 9 ກັນຍາ 2026 ນີ້ ອົງການແນວລາວສ້າງຊາດເມືອງລ້ອງຊານໄດ້ສົມທົບກັບສະຫະພັນນັກຮົບເກົ່າ ແລະ ຄະນະໂຄສະນາອົບຮົມ ໄດ້ຈັດກອງປະຊຸມເຜິຍແຜ່ຜົນສຳເລັດກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີXII ແລະ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວແຂວງໄຊສົມບູນ ຄັ້ງທີ່ II, ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ ແລະ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ຂື້ນຢູ່ທີ່ສະໂມສອນເມືອງລ້ອງຊານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ເລັ່ງຊົ່ງ ຕົ່ງສີ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ທ່ານ ພົມມາ ແກ້ວບົວພາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງລ້ອງຊານ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ທະຫານ, ຕຳຫຼວດ, ປະທານ-ຮອງປະທານຕາແສງ, ຄະນະກຳມະການແນວລາວສ້າງຊາດເມືອງ, ສະມາຊິກນັກຮົບເກົ່າ, ພະນັກງານ, ສະມາຊິກພັກ ເຂົ້າຮ່ວມຮັບຟັງ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ່XII ຈາກທ່ານ ເລັ່ງຢ່າງ ຮອງປະທານແນວລາວສ້າງຊາດແຂວງ ເຊິ່ງທ່ານໄດ້ໃຫ້ຮູ້ວ່າກອງປະຊຸມໄດ້ພິຈາລະນາ ແລະ ເປັນເອກະພາບຮັບຮອງ ຕໍ່ຜົນສຳເລັດແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ແລະ ແຜນພັດທະນາອົງການແນວລາວສ້າງຊາດ ໃນ 5 ປີຕໍ່ໜ້າ(2026-2030), ກອງປະຊຸມຍັງໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະປະຈຳສູນກາງແນວລາວສ້າງຊາດ; ປະທານ ແລະ ຮອງປະທານສູນກາງແນວລາວສ້າງຊາດຄື: ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະປະຈຳສູນກາງແນວລາວສ້າງຊາດ ຊຶ່ງປະກອບມີ ຈໍານວນ 11 ທ່ານ, ຍິງ 3 ທ່ານ, ຮັບຮອງເອົາການແຕ່ງຕັ້ງປະທານ ແລະ ຮອງປະທານສູນກາງແນວລາວສ້າງຊາດປະຈຳການ ຈໍານວນ 7 ທ່ານ, ຍິງ 2 ທ່ານ, ຮັບຮອງເອົາການແຕ່ງຕັ້ງຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ຈໍານວນ 7 ທ່ານ, ຍິ 2 ທ່ານ ແລະ ໄດ້ຮັບຮອງເອົາການແຕ່ງຕັ້ງປະທານກວດກາ ແລະ ຮອງປະທານກວດກາ ສູນກາງແນວລາວສ້າງຊາດຈໍານວນ 5 ທ່ານ, ຍິງ 2 ທ່ານ, ຈາກນັ້ນທ່ານ ບຸນທອນ ຊົວລືທ່າວ ຫົວໜ້າຂະແໜງບໍລິຫານ-ຈັດຕັ້ງ ແນວລາວສ້າງຊາດແຂວງໄດ້ເຜິຍແຜ່ມະຕິຜົນສໍາເລັດກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດ ທົ່ວແຂວງໄຊສົມບູນ ຄັ້ງທີII ເຊິ່ງກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງຂອງຄະນະກໍາມະການແນວລາວສ້າງຊາດແຂວງ ໃນສະໄໝທີ່ຜ່ານມາ ແລະ ແຜນພັດທະນາອົງການແນວລາວສ້າງຊາດແຂວງ ໃນ 5 ປີຕໍ່ໜ້າ ນອກນີ້ກອງປະຊຸມຍັງໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະກຳມະການແນວລາວສ້າງຊາດ ສະໄຫມທີ II ຈຳນວນ 53 ທ່ານ, ຍິງ 4 ທ່ານ, ພຣະສົງ 1 ອົງ; ໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາການສະເໜີແຕ່ງຕັ້ງຄະນະປະຈຳແນວລາວສ້າງຊາດ; ປະທານ ແລະ ຮອງປະທານແນວລາວສ້າງຊາດແຂວງ ໄຊສົມບູນ ສະໄໝທີ II ຄື:ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະປະຈຳແນວລາວສ້າງຊາດ ຊຶ່ງປະກອບມີຈຳນວນ 7 ທ່ານ, ຍິງ 1 ທ່ານ, ຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານແນວລາວສ້າງຊາດແຂວງ ຈຳນວນ 5 ທ່ານ ແລະກອງປະຊຸມໄດ້ຮັບຮອງເອົາການແຕ່ງຕັ້ງປະທານກວດກາ ແລະ ຮອງປະທານກວດກາແນວລາວສ້າງຊາດແຂວງ ໄຊສົມບູນ ສະໄໝທີ II ຈຳນວນ 3 ທ່ານ, ຍິງ 1 ທ່ານ, ຈາກນັ້ນ ທ່ານ ສິງຫາ ເລັ່ງຊົ່ງປາວ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ ໄດ້ຫວນຄືນວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ ເຊິ່ງທ່ານຍົກໃຫ້ເຫັນເຖິງມູນເຊື້ອຂອງນັກຮົບວິລະຊົນທີ່ຕໍ່ສູ້ອົງອາດກ້າຫານຕ້ານຈັກກະພັກລ່າເມືອງຂື້ນໃນແຕ່ລະໄລຍະ, ຄວາມສໍາຄັນຂອງການສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານອັນຫຍິ່ງໃຫຍ່ໃນພາລະກິດປະຕິວັດຊາດພາຍໃຕ້ການນໍາພາຂອງພັກ, ຫຼັງຈາກນັ້ນທ່ານ ພົມມາ ແກ້ວບົວພາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ກໍ່ໄດ້ເລົ່າມູນເຊື້ອວັນຊາດແຫ່ງສາທາລະນະລັດສັງຄົມນິຄົມຫວຽດນາມ ທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍສໍາຄັນຂອງວັນຊາດສສ ຫວຽດນາມ ທີ່ສາມາດປົດປ່ອຍອອກຈາກແອກປົກຄອງຂອງຈັກກະພັກທີ່ລ່າເມືອງຂື້ນ ພ້ອມປະກາດເອກະລາດ ແລະ ສ້າງຕັ້ງສາທາລະນະລັດສັງຄົມນິຄົມຫວຽດນາມ ຂື້ນ.
ສຸດທ້າຍທ່ານ ຄະນະປະທານ ໄດ້ພັດປ່ຽນມີຄໍາເຫັນໂອ້ລົມເຊິ່ງໄດ້ເນັ້ນໃຫ້ຄະນະກໍາມະການແນວລາວສ້າງຊາດເມືອງຈົ່ງຍົກສູງບົດບາດ, ສິດ, ການນໍາພາ-ຊີ້ນໍາ ແລະ ເສີມຂະຫຍາຍທາດແທ້ປະຕິວັດຂອງຕົນ ຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການໃນການເຕົ້າໂຮມກ້ອນ ກໍາລັງມະຫາສາມັກຄີ ໃນວົງຄະນາຍາດແຫ່ງຊາດລາວ, ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການບູລະນະ ລະບອບປະຊາທິປະໄຕປະຊາຊົນ, ເປັນຜູ້ປຸກລະດົມ, ສຶກສາອົບຮົມທຸກຊັ້ນຄົນ, ທຸກຊົນເຜົ່າ, ສາສະໜາ ແລະ ທຸກເພດໄວ ໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ເຂົ້າຮ່ວມຕິດຕາມກວດກາ ແລະ ໃຫ້ຄໍາປຶກສາຫາຫລື ໃນການແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຢ່າງເປັນເຈົ້າການ; ເຂົ້າຮ່ວມຂະບວນການ ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການປະຕິບັດ ຂໍ້ແຂ່ງຂັນ “ສ້າງຄອບຄົວ ແລະ ບ້ານສາມັກຄີ ປອງດອງ” ຢ່າງເປັນຂະບວນກວ້າງຂວາງ; ປະຊາຊົນມີຄວາມສາມັກຄີປອງດອງ, ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຊີວິດຊີວາດີຂຶ້ນກວ່າເກົ່າ, ທຸກສະຫາຍຍາມໃດກໍ່ຕ້ອງຍົກສູງທາດແທ້ມູນເຊື້ອນັກຮົບປະຕິວັດ, ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ພ້ອມກັນເສີມສ້າງຂະຫຍາຍມູນເຊື້ອສາຍພັວພັນມິດຕະພາບ ແລະ ການຮ່ວມມືແບບພິເສດ ລະຫວ່າງລາວ-ຫວຽດນາມ ໃຫ້ໜັກແໜ້ນເຂັ້ມແຂງຂື້ນເລື້ອຍໆ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa