ຄະນະບໍລິຫານງານສະຫະພັນກຳມະບານ ແຂວງໄຊສົມບູນ ເຜີຍແຜ່ເຊື່ອມຊຶມ ບັນດາເອກະສານ ທີ່ສຳຄັນຕ່າງໆ ຂອງພັກ-ລັດ ໃຫ້ພະນັກງານ ຂອງຕົນ

ໃນວັນທີ 16 ກັນຍາ 2026 ນີ້ ຄະນະບໍລິຫານງານສະຫະພັນກໍາມະບານ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມບັນດາເອກະສານ ທີ່ສຳຄັນຕ່າງໆ ຂອງພັກ-ລັດ ໃຫ້ພະນັກງານ-ລັດຖະກອນ ຂອງຕົນ ຂຶ້ນທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ທ່ານ ນາງ ຄຳຫ້າ ທອງສີວອນ, ປະທານຄະນະບໍລິຫານງານສະຫະພັນກຳມະບານ ແຂວງໄຊສົມບູນ ພ້ອມດ້ວຍຄະນະພັກ-ຄະນະນຳ ຂອງຄະນະບໍລິຫານງານສະຫະພັນກຳມະບານແຂວງ ຕະຫຼອດຮອດພະນັກງານ-ລັດຖະກອນຂອງຕົນ ເຂົ້າຮ່ວມ.
ໃນວາລະດໍາເນີນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ມະຕິ ວ່າດ້ວຍການເພີ່ມການນໍາພາຂອງພັກ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະໃໝ່ ສະບັບເລກທີ 62/ຄບສພ, ລົງວັນທີ 9 ກໍລະກົດ 2026, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສະບັບເລກທີ 34/ສພຊ, ລົງວັນທີ 10 ກໍລະກົດ 2026, ຄໍາສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍ 12 ຂໍ້ສໍາຄັນ ທີ່ໄດ້ແນະນໍາ ໃນບົດປະເມີນຄວາມພ້ອມ ໃນການກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນໄລຍະຂ້າມຜ່ານ ແຕ່ປີ 2026-2029, ຄໍາສັ່ງຂອງຄະນະປະຈຳພັກແຂວງ ວ່າດ້ວຍການເພີ່ມທະວີການນໍາພາຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ ໃນຂອບເຂດທົ່ວແຂວງໄຊສົມບູນ ສະບັບເລກທີ 0586/ຄປພ, ລົງວັນທີ 31 ກໍລະກົດ 2026 ທັງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈທີ່ເປັນເອກະພາບພາຍໃນຄະນະພັກ-ຄະນະນໍາ ຄະນະບໍລິຫານງານສະຫະພັນກຳມະບານ ແຂວງໄຊສົມບູນ ຕະຫຼອດຮອດບັນດາພະນັກງານຫຼັກແຫຼ່ງຂອງຕົນ ໂດຍສະເພາະຜູ້ທີ່ຮັບຜິດຊອບວຽກງານດັ່ງກ່າວ ກ່ຽວກັບເນື້ອໃນຈິດໃຈ, ທັດສະນະຊີ້ນຳຂອງພັກ-ລັດ ແລະ ມາດຕະການຕ່າງໆ ທີ່ໄດ້ກຳນົດໄວ້ໃນມະຕິ, ຄຳສັ່ງ ແລະ ບັນດາເອກະສານທີ່ສຳຄັນຕ່າງໆ ທີ່ຕິດພັນກັບວຽກງານດັ່ງກ່າວ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ການປະຕິບັດຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍຮັບປະກັນໃຫ້ວຽກງານ ພັກ-ລັດ ກໍຄືວຽກງານຂອງຄະນະບໍລິຫານງານສະຫະພັນກຳມະບານແຂວງຂອງພວກເຮົາ ໃຫ້ມີການເຄື່ອນໄຫວທີ່ແຂງແຮງເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ ແລະ ຮອບດ້ານ ໄປເລື້ອຍໆ.
ໃນຕອນທ້າຍ ປະທານກອງປະຊຸມ ໄດ້ມີຄຳເຫັນໂອ້ລົມ ໂດຍທ່ານ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ ຂອງຄະນະບໍລິຫານງານສະຫະພັນກຳມະບານແຂວງ ແລະ ພະນັກງານ-ລັດຖະກອນທຸກໆ ທ່ານ ຈົ່ງນຳເອົາເນື້ອໃນເອກະສານທີ່ໄດ້ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ໄປປັບປຸງສ້າງເປັນແຜນງານ ພ້ອມທັງນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ໃຫ້ເກີດຜົນເປັນຮູບປະທຳ ແລະ ມີບາດກ້າວຂະຫຍາຍຕົວດີຂຶ້ນ ຢ່າງບໍ່ຢຸດຢັ້ງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa