ກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊສົມບູນ ຄັ້ງທີ II ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ XII

ກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊສົມບູນ ຄັ້ງທີ II ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ XII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 23 ກັນຍາ 2026 ນີ້ ທີ່ສະໂມສອນ ຂອງແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ສະຫາຍ ພົົຈວ ບົວພັນ ອິນທະປັນຍາ, ຮອງເລຂາຄະນະບໍລິຫານງານພັກ ແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີບັນດາສະຫາຍ ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາ-ຮອງເລຂາ, ຄະນະພັກ ສອງກອງບັນຊາການ ປກຊ-ປກສ ແຂວງ; ຄະນະພັກຮາກຖານ, ຫົວໜ້າພະແນກການ, ອົງການອ້ອມຂ້າງແຂວງ; ເລຂາ-ຮອງເລຂາພັກເມືອງ, ເລຂາພັກຮາກຖານຕາແສງ ແລະ ແຂກຖືກເຊີນຈາກຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍພອຍຄຳ ຮຸ່ງບຸນຍວງ ໄດ້ໃຫ້ຮູ້ວ່າ ກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງ ໃນຄັ້ງນີ້ ແມ່ນຈະໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງໄລຍະ 5 ປີ 2021-2025 ແລະ ທິດທາງ 5 ປີ 2026-2030 ທີ່ຈະຕ້ອງໄດ້ພ້ອມກັນຕີລາຄາຄືນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຈັດຕັ້ງ ແລະ ການປົກຄອງ ກໍ່ຄືບັນດາຄາດໝາຍ ທີ່ກອງປະຊຸມຈັດຕັ້ງທົ່ວແຂວງ ຄັ້ງທີ II ໄດ້ວາງອອກໃຫ້ເລິກເຊິ່ງ ຖືກກັບຄວາມຈິງ ແລະ ເປັນເອກະພາບສູງ ຕໍ່ກັບໝາກຜົນທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ສືບຕໍ່ເສີມຂະຫຍາຍ ພ້ອມທັງຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງປັບປຸງແກ້ໄຂ ໃນຕໍ່ຫນ້າ, ຊອກໃຫ້ເຫັນສາເຫດ, ບົດຮຽນທີ່ຖອດຖອນໄດ້ ເພື່ອສຸມໃສ່ຄົ້ນຄວ້າມີມາດຕະການແກ້ໄຂໃນຕໍ່ໜ້າ ໃຫ້ມີການຫັນປ່ຽນທີ່ດີຂຶ້ນ ແລະ ບັນລຸຕາມແຜນ. ທັງແນ່ໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຍົກສູງ ຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ ໃນເງື່ອນໄຂໃໝ່ ຮັບປະກັນໃຫ້ມີຖັນແຖວ ສະມາຊິກພັກ, ພະນັກງານ ທີ່ໜັກແໜ້ນ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເວົ້າສະເພາະກໍ່ຄືແຂວງໄຊສົມບູນຂອງພວກເຮົາ ໃຫ້ດີຂຶ້ນເທື່ອລະກ້າວ.
ໃນກອງປະຊຸມ ໄດ້ຮັງຟັງການເຜີຍເເຜ່ ເຊື່ອມຊຶມ ບັນດາເອກະສານສຳຄັນຕ່າງໆ ຂອງສູນກາງ ແລະ ຂອງແຂວງ ຈາກນັ້ນໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງໄລຍະ 5 ປີ 2021-2025 ແລະ ທິດທາງ 5 ປີ 2026-2030 ຈາກສະຫາຍ ທອງວັນ ທຳມະວົງ, ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຊຶ່ງຕະຫລອດໄລຍະຜ່ານມາ ສາມາດຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ: ຄົ້ນຄວ້າ, ເຊື່ອມຊຶມ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ຍຶດໝັ້ນການກໍ່ສ້າງພັກທາງດ້ານແນວຄິດ ເປັນທິດນໍາຂອງພັກ ຖືເອົາວຽກງານແນວຄິດເປັນວຽກງານສຳຄັນແຖວໜ້າ, ໄດ້ສ້າງຕັ້ງຮາກຖານພັກຂຶ້ນໃໝ່ 74 ຮາກຖານພັກ ແລະ ຍຸບໂຮມ ເຂົ້າກັນຈໍານວນ 15 ຮາກຖານພັກ, ທົ່ວອົງຄະນະພັກແຂວງປະກອບມີ: 5 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການທະຫານ ແຂວງ ແລະ ກອງບັນຊາການ ປກສ ແຂວງ, ມີ 32 ຄະນະພັກຮາກຖານແລະ ມີໜ່ວຍພັກທັງໝົດ 356 ໜ່ວຍ; ໃນນັ້ນ ໄດ້ຮັບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນ 277 ໜ່ວຍ, ປະເມີນຜົນພະນັກງານ ທັງໝົດ 3,422 ທ່ານ, ໄດ້ເປີດພິທີຮັບຮອງເນື້ອໃນແຂ່ງຂັນຮັກຊາດ ແລະ ພັດທະນາ ຂັ້ນແຂວງ ມີ 33 ພາກສ່ວນ, ປັດຈຸບັນກົງຈັກການຈັດຕັ້ງຂອງພະແນກການ, ອົງການຂັ້ນແຂວງທັງໝົດມີ 28 ພາກສ່ວນ ໃນນີ້ສ້າງຂຶ້ນໃໝ່ 1 ພາກສ່ວນ ຄື ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງ, ມີ 146 ຂະແໜງ, ມີ 13 ໜ່ວຍງານ ທຽບໃສ່ປີ 2020 ຫຼຸດລົງ 3 ພາກສ່ວນ, 3 ຂະແໜງ; ຫ້ອງການ, ອົງການຂັ້ນເມືອງ 5 ເມືອງ ມີ 115 ພາກສ່ວນ, ມີ 387 ໜ່ວຍງານ, ມີ 21 ຈຸງານ ທຽບໃສ່ປີ 2020 ຫຼຸດລົງ 20 ພາກສ່ວນ, 10 ໜ່ວຍງານ, 28 ຈຸງານ ແລະ ກົງຈັກຂັ້ນຕາແສງ 14 ຕາແສງ ມີ 70 ໜ່ວຍງານ, ສ່ວນວຽກງານອື່ນກໍໄດ້ຮັບຜົນສໍາເລັດ. ນອກຈາກນີ້ ຍັງໄດ້ຮັບຟັງການລາຍງານຕີລາຄາການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ 5 ປີ 2021-2025 ແລະ ທິດທາງ 5 ປີ2026-2030 ແລະ ລາຍງານສະພາບການສ້າງຕັ້ງຕາແສງ ຢູ່ແຂວງໄຊສົມບູນ ຕື່ມອີກ. ກອງປະຊຸມ ດັ່ງກ່າວ ຈະດຳເນີນໄປເປັນເວລາ 1 ວັນ ເຄິ່ງ ຈຶ່ງຈະສໍາເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa