ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ລົງເຜີ່ຍແຜ່ວຽກງານສື່ເອເລັກໂຕຣນິກ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ

ເນື່ອງໃນໂອກາດ ທ່ານ ພູວັນ ສຸວັນ, ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວໂຄສະນາເຜີ່ຍແຜ່ບັນດາຂໍ້ມູນຂ່າວສານຜ່ານເວັບໄຊສ໌ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ເຊິ່ງທ່ານ ແລະ ຄະນະ ໄດ້ຖືໂອກາດດັ່ງກ່າວ ເຂົ້າພົບປະການນໍາ ເມືອງທ່າໂທມ ເພື່ອແຈ້ງຈຸດປະສົງໃຫ້ຄະນະນຳຂອງເມືອງ ໄດ້ຮັບຊາບ ໃນຕອນເຊົ້າຂອງວັນທີ 11 ສິງຫາ 2026 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການຕ້ອນຮັບຂອງ ທ່ານ ພະລີຄໍາ ວັນດາວົງ, ຮອງປະທານຄະນະກຳມະການປົກຄອງ ເມືອງທ່າໂທມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມນີ້ ທ່ານ ພະລີຄຳ ວັນດາວົງ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງເມືອງ ໃຫ້ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຊາບ ຕື່ມອີກ. ຈາກນັ້ນ ໃນໂອກາດຂອງວັນດຽວກັນ ກໍໄດ້ມີພິທີ ເຜີຍແຜ່ວຽກງານສື່ເອເລັກໂຕຣນິກ (ເວັບໄຊສ໌) ໃຫ້ພະນັກງານຂອງເມືອງທ່າໂທມ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດຂັ້ນພື້ນຖານ ໃຫ້ພະນັກງານຂອງເມືອງ ທີ່ຮັບຜິດຊອບວຽກງານໂຄສະນາອົບຮົມ ໄດ້ກ້າວສູ່ການເຄື່ອນໄຫວທີ່ມີປະສິດທິພາບ ແລະ ທັນສະໄໝ ໂດຍການເປັນປະທານຂອງ ທ່ານ ພູວັນ ສຸວັນ, ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ພະລີຄຳ ວັນດາວົງ, ຮອງປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍ ຫົວໜ້າ, ຮອງຫົວໜ້າຫ້ອງການ ຕະຫຼອດຮອດພະນັກງານອ້ອມຂ້າງເມືອງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ບຸນຜອງ ຄຳມີໄຊ, ຫົວໜ້າຄະນະໂຄສະນາອົບຮົມ ເມືອງທ່າໂທມ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຮອບດ້ານ ຂອງຄະນະໂຄສະນາອົບຮົມເມືອງ ໃນໄລຍະຜ່ານມາ. ເຊິ່ງຕະຫຼອດໄລຍະ 6 ເດືອນ ຕົ້ນປີ ຜ່ານມາ ຄະນະໂຄສະນາອົບຮົມເມືອງ ໄດ້ເອົາໃຈໃສ່ຈັດຕັ້ງເຜີ່ຍແຜ່-ເຊື່ອມຊຶມເອກະສານຂອງພັກ-ລັດ ໃຫ້ພະນັກງານ, ສະມາຊິກພັກ ໄດ້ທັງໝົດ 5 ຊຸດ, ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆ ຂອງພັກ-ຂອງຊາດ ໄດ້ 4 ຊຸດ, ໂຄສະນາຜ່ານສື່ອອນລາຍ, ລະບົບໂທລະໂຄ່ງເຄື່ອນທີ່ ໄດ້ 29 ຊຸດ ແລະ ສາມາດຂຽນຂ່າວ-ອອກຂ່າວ ຜ່ານສື່ພິມ, ໂພດສະເຕີ, ເຟສບຸກ ໄດ້ທັງໝົດ 80 ກວ່າຂ່າວ ແລະ ສົ່ງຂ່າວໃຫ້ແຂວງ ໄດ້ 48 ຂ່າວ ນອກນີ້ ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບາງຄຳສະເໜີ ຕື່ມອີກ. ຂະນະດຽວກັນ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ກ່ຽວກັບວຽກງານສື່ໃນໄລຍະໃໝ່ ແລະ ຄວາມສຳຄັນ ຂອງການຫັນວຽກງານໂຄສະນາອົບຮົມເປັນທັນສະໄໝ ເປັນຕົ້ນແມ່ນ ການນຳໃຊ້ເວັບໄຊສ໌ AI ແລະ ນຳໃຊ້ບາງໂປຼແກຼມ ເຂົ້າຊ່ວຍວຽກງານໃຫ້ທັນສະໄໝ, ວ່ອງໄວ ໃນຍຸກປັດຈຸບັນ ທັງນີ້ ກໍເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ເປັນທັນສະໄໝເທື່ອລະກ້າວ ແນໃສ່ເຮັດໃຫ້ພະນັກງານ ມີຄວາມຮູ້, ຄວາມສາມາດ ທາງດ້ານວຽກງານສື່ທີ່ທັນສະໄໝ ແລະ ເຂົ້າໃຈບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ ໃນປັດຈຸບັນ. ຫຼັງຈາກນັ້ນ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ມອບຄອມພິວເຕີຕັ້ງໂຕະໜຶ່ງຊຸດ ໃຫ້ຄະນະໂຄສະນາອົບຮົມເມືອງທ່າໂທມ ຕື່ມອິກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa