ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໄດ້ສໍາເລັດຢ່າງຈົບງາມ ໃນວັນທີ 15 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 14 ໂດຍການເປັນປະທານ ຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມນີ້ ຍັງມີ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍບັນດາການນໍາ, ອະດີດການນໍາຂັ້ນສູງ ແລະ ຜູ້ແທນສື່ມວນຊົນຈາກທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ. ສຳລັບແຂວງໄຊສົມບູນ ຕາງໜ້າເຂົ້າຮ່ວມໂດຍທ່ານ ທອງວັນ ທໍາມະວົງ, ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ແລະ ທ່ານ ຄຳເພັດ ດວງມາລາ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສື່ມວນຊົນຂອງແຂວງ ເຂົ້າຮ່ວມ.
ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ຊຶ່ງເປັນການສ່ອງແສງໃຫ້ເຫັນເຖິງຜົນງານຂອງວຽກງານສື່ມວນຊົນທົ່ວປະເທດ ແລະ ວາງທິດທາງແຜນພັດທະນາວຽກງານສື່ມວນຊົນ ແຕ່ນີ້ເຖິງປີ 2030; ໄດ້ຮັບຟັງບົດປະກອບຄໍາເຫັນຂອງພາກສ່ວນຕ່າງໆຂອງສື່ມວນຊົນທີ່ກ່ຽວຂ້ອງຈໍານວນ 12 ບົດທີ່ມີເນື້ອໃນສ່ອງໃຫ້ເຫັນເຖິງການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງສື່ມວນຊົນຢ່າງມີຜົນສໍາເລັດ. ພ້ອມນັ້ນ, ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງເປັນພື້ນຖານໃຫ້ການຍົກສູງພາລະບົດບາດ ແລະ ຢັ້ງຢືນເຖິງຜົນງານຫຼາຍດ້ານທີ່ຂົງເຂດວຽກງານສື່ມວນຊົນຍາດມາໄດ້ ກໍຄືການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.
ກອງປະຊຸມໃນຄັ້ງນີ້, ແມ່ນເປັນຄັ້ງທໍາອິດພາຍຫຼັງມີມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງລັດ ຕໍ່ສື່ມວນຊົນໃນໄລຍະໃໝ່ ສະບັບເລກທີ 36, (ປີ 1993) ເປັນຕົ້ນມາ, ພັກເຮົາສາມາດຢັ້ງຢືນໄດ້ວ່າໝາກຜົນອັນສຳຄັນທີ່ເປັນຮູບປະທຳໃນການນໍາພາຂອງພັກ ຕໍ່ວຽກງານສື່ມວນຊົນ. ໃນຕະຫຼອດໄລຍະ 30 ກວ່າປີຜ່ານມາ ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຫັນການມີສ່ວນຮ່ວມຢ່າງຕັ້ງໜ້າ ຈາກບັນດາພະນັກງານສື່ມວນຊົນໃນອະດີດ ກໍຄືປັດຈຸບັນ ໄດ້ຮ່ວມກັນຕີລາຄາສູງ, ທົບທວນຄືນບັນດາຜົນງານຢ່າງພາວະວິໄສຜ່ານພຶດຕິກຳຕົວຈິງ ແລະ ໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ, ດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍໃນຍຸກສະໄໝ ແລະ ຖອດໄດ້ບົດຮຽນທີ່ມີຄຸນຄ່າແກ່ການພັດທະນາວຽກງານສື່ມວນຊົນ. ພ້ອມດຽວກັນນັ້ນ, ກໍໄດ້ຮ່ວມກັນກຳນົດທິດທາງແຜນການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຍົກສູງຄຸນນະພາບຂອງສື່ມວນຊົນລາວໃຫ້ມີປະສິດທິຜົນກ້າວຂຶ້ນໄປເລື້ອຍໆ.

ເພື່ອສືບຕໍ່ປະຕິບັດໜ້າທີ່ການເມືອງອັນມີກຽດຂອງສື່ມວນຊົນລາວ ໄດ້ກ້າວສູ່ຄຸນນະພາບໃໝ່ ແລະ ມີການຫັນປ່ຽນທີ່ເລິກເຊິ່ງ ຕ້ອງໄດ້ສືບຕໍ່ບາງຈຸດທີ່ສໍາຄັນດັ່ງນີ້: 1). ສື່ມວນຊົນທຸກຂົງເຂດ ຕ້ອງໄດ້ເອົາໃຈໃສ່ຕໍ່ການເສີມຂະຫຍາຍຜົນງານດັ່ງກ່າວ ໃຫ້ນັບມື້ນັບຫຼາຍຂຶ້ນທັງມີຄຸນນະພາບໃໝ່ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອສ້າງໃຫ້ສື່ມວນຊົນເປັນເຄື່ອງມືທີ່ແຫຼມຄົມຂອງພັກເຮົາ; 2). ຂະແໜງການສື່ມວນຊົນ ຕ້ອງສືບຕໍ່ເອົາໃຈໃສ່ສ້າງກົນໄກການປະສານງານ, ການສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນທີ່ຮັບຜິດຊອບວຽກງານສື່ມວນຊົນ ເພື່ອພ້ອມກັນຍົກສູງບົດບາດວຽກງານສື່ມວນຊົນໃຫ້ເຂັ້ມແຂງ, ມີການສະຫຼຸບຖອດຖອນບົດຮຽນ; ການປັບປຸງເນື້ອໃນ ແລະ ຮູບການນໍາສະເໜີຂ່າວ, ການອອກຂ່າວ, ການວິເຄາະ-ວິຈານຂ່າວ ໃຫ້ມີຄຸນນະພາບ; ເຮັດໃຫ້ການຕອບໂຕ້ຂ່າວບິດເບືອນ, ບໍ່ມີມູນຄວາມຈິງໄດ້ທັນການ; 3). ຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ທີ່ໄດ້ໃຫ້ຄໍາໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂະແໜງການສື່ມວນຊົນທົ່ວປະເທດໃຫ້: “ທັນການ, ທັນໃຈ, ທັນຍຸກ”; ບັນດາສື່ມວນຊົນຕ້ອງພ້ອມກັນປະຕິບັດໃຫ້ເປັນຈິງຕາມທິດນໍາທີ່ວ່າ: ສື່ມວນຊົນເປັນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ທີ່ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ຖືທັດສະນະຊີ້ນໍານີ້ ເປັນເຂັມທິດຊີ້ບອກທາງຂອງສື່ມວນຊົນ ພ້ອມກັນປະຕິບັດໃຫ້ປະກົດຜົນເປັນຈິງ; 4). ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ, ແທດເຖິງຕົວຈິງ ແລະ ຫັນເປັນແຜນງານ, ແຜນການ, ວຽກງານອັນລະອຽດ ໃນຂະແໜງການສື່ມວນຊົນທົ່ວປະເທດ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ມີປະສິດທິຜົນໃນການພັດທະນາວຽກງານສື່ມວນຊົນ ໃນໄລຍະໃໝ່; ເຮັດໃຫ້ຄາດໝາຍທີ່ວາງໄວ້ປີ 2030 ໃຫ້ປະກົດເປັນຈິງ; ບັນດາຖັນແຖວສື່ມວນຊົນຈົ່ງຍົກສູງຄວາມຮັບຜິດຊອບການເມືອງດໍາເນີນການປັບປຸງ, ແກ້ໄຂບັນດາຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ເພື່ອໃຫ້ທິດຊີ້ນໍາ ແລະ ທິດທາງໃນການສືບຕໍ່ພັດທະນາວຽກງານສື່ມວນຊົນ ໃຫ້ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໃນຕໍ່ໜ້າ.