ຄະນະບໍລິຫານງານພັກ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເປີດກວ້າງ ສະໄໝສາມັນຄັ້ງທີ 2 ສະໄໝທີ II ໃນຕອນເຊົ້າຂອງວັນທີ 19 ມັງກອນ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ໂດຍສະເພາະແມ່ນການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານ ພັກແຂວງໃນໄລຍະ 1 ປີຜ່ານມາ ແລະ ຄົ້ນຄວ້າວາງທິດທາງແຜນການປີ 2026 ເພື່ອເຫັນໄດ້ດ້ານຕັ້ງໜ້າຜົນສໍາເລັດ, ບັນຫາຄົງຄ້າງ, ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ພ້ອມນີ້ ສະຫາຍ ຍັງໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ເພື່ອພ້ອມກັນຊອກຫາວິທີການແກ້ໄຂບັນຫາທີ່ຍັງຄົງຄ້າງ ຕໍ່ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ.

ຈາກນັ້ນ ສະຫາຍ ວັນຄຳເກັ່ງ ຢ່າຊົງກົວ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການ ແຂວງໄຊສົມບູນ ໄດ້ຜ່ານຮ່າງບົດສະຫຼູບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026 ຊຶ່ງຕະຫຼອດໄລຍະຜ່ານມາ ຄະນະບໍລິຫານງານພັກແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານຮອບດ້ານຢ່າງແຂງແຮງ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ໄດ້ສໍາເລັດພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ພ້ອມນີ້ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານປະຈຳປີ 2025 ຕິດພັນ ກັບດຳລັດ 414/ລບ, 2 ວາລະແຫ່ງຊາດ ເຂົ້າສູ່ລວງເລິກ ເຮັດໃຫ້ເສດຖະກິດຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວໃນລະດັບໝັ້ນທ່ຽງ, ໂຄງການລົງທຶນຂອງລັດປີ 2025 ມີທັງໝົດ 170 ໂຄງການ, ລວມມີ 10 ບ້ວງທຶນ, ມູນຄ່າ 170,000 ກວ່າລ້ານກີບ, ຄາດຄະເນຈັດເກັບລາຍຮັບເຂົ້າງົບປະມານໝົດປີຈະໄດ້ 1,900 ກວ່າຕື້ກີບ ໃນນີ້, ບ້ວງດໍາລັດ 414/ລບ ປະຕິບັດໄດ້ 1,500 ກວ່າຕື້ກີບ
ນອກຈາກນີ້ ກໍໄດ້ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານ 3 ສ້າງ ໃນນີ້, ໄດ້ສຸມໃສ່ຊຸກຍູ້, ປັບປຸງຮາກຖານບ້ານໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ສາມາດເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່ວຽກງານໄດ້ເປັນຢ່າງດີ ແລະ ມີປະສິດທິພາບດີຂຶ້ນເທື່ອລະກ້າວ. ສ່ວນວຽກງານດ້ານອື່ນໆ ກໍໄດ້ມີການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ. ໃນໂອກາດດຽວກັນ ຍັງໄດ້ຮັບຟັງການມີຄຳເຫັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຮັບຟັງການມີຄຳເຫັນຈາກັບັນດາເມືອງ ທັງ 5 ເມືອງ ກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງບັນດາເມືອງ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ແລະ ຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຈາກບັນດາພະແນກການຕ່າງໆ ຂອງແຂວງ ຕື່ມອີກ. ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ຈຶ່ງຈະສຳເລັດ.