
ຄະນະຮັບຜິດຊອບຊີ້ນຳລວມ ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມຮອບດ້ານ ກ່ຽວກັບການກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດ ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ຕຸລາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພົຈວ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງ, ຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການສະເຫຼີມສະຫຼອງ 3 ວັນປະຫວັດສາດ, ມີບັນດາຄະນະອະນຸກຳມະການ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ນາງ ຄຳສີ ສິດທິວໍລະດາ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານສະພາບລວມໃນການກະກຽມຄວາມພ້ອມຮອບດ້ານໃນການສະເຫຼີມສະຫຼອງ 2 ວັນປະຫວັດສາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃນນີ້ຄາດຄະເນສໍາເລັດແລ້ວ 60% ໂດຍສະເພາະແມ່ນ ການກຳນົດເບື້ອງຕົ້ນເປົ້າໝາຍເຂົ້າຮ່ວມພິທີ, ສະຖານທີ່, ເວລາ ແລະ ກິດຈະກຳຕ່າງໆ. ຈາກນັ້ນ ຕາງໜ້າແຕ່ລະອະນຸກໍາມະການ ໄດ້ລາຍງານຄວາມພ້ອມແຕ່ລະໜ້າວຽກທີ່ຕົນເອງຮັບຜິດຊອບ ຊຶ່ງມາຮອດປັດຈຸບັນ ແມ່ນໄດ້ເອົາໃຈໃສ່ໃນການກະກຽມບັນດາໜ້າວຽກຕ່າງໆ ຕາມທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ: ອະນຸກຳມະການກອງເລຂາ, ອະນຸກຳມະການຮັບຜິດຊອບຂະບວນການ, ໂຄສະນາຂ່າວສານ ແລະ ປະຊາສຳພັນ, ອະນຸກຳມະການຮັບຜິດຊອບກ້ອນກຳລັງສວນສະໜາມ, ສະຖານທີ່, ພິທີການ ແລະ ຮັບແຂກ, ອະນຸກຳມະການຈັດງານຕະຫຼາດນັດ, ວາງສະແດງ-ຂາຍສິນຄ້າ ແລະ ເທດສະການອາຫານ, ອະນຸກຳມະການແຂ່ງຂັນຍ້ອງຍໍ, ອະນຸກຳມະການຮັກສາສຸຂະພາບ, ອະນຸກຳມະການເສດຖະກິດ-ການເງິນ, ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນການຟົດຟຶ້ນ ແລະ ປະສົບຜົນສໍາເລັດ. ໂອກາດດຽວກັນນີ້ຜູ້ເຂົ້າຮ່ວມ ໄດ້ພ້ອມກັນແລກປ່ຽນປະກອບຄຳ-ຄິດຄຳເຫັນ ໂດຍຍົກໃຫ້ເຫັນບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງຕ່າງໆ ເພື່ອພ້ອມກັນປັບປຸງແກ້ໄຂ ແຕ່ລະໜ້າວຽກ ໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນດີ.

ໂອກາດນີ້ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ຊຶ່ງສະຫາຍ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີວຽກງານຕາມຈຸດປະສົງຄາດໝາຍທີໄດ້ກໍານົດໄວ້ ດ້ວຍຄວາມຮັບຜິດຊອບສູງ, ສ້າງແຜນວຽກ, ແຜນງານ, ແຜນງົບປະມານ ແລະ ກິດຈະກໍາຕ່າງໆ ທີຕົນເອງຮັບຜິດຊອບ ໃຫ້ລະອຽດຈະແຈ້ງຕື່ມ ພ້ອມທັງ ເອົາໃຈໃສ່ ກວດກາຄືນບາງໜ້າທີວຽກງານທີ່ຍັງຄ້າງຄາ,ໃຫ້ສຳເລັດທັນເວລາ ພ້ອມທັງສະຫຼຸບສັງລວມລາຍງານໃຫ້ຂັນເທິງຮັບຊາບເປັນແຕ່ລະໄລຍະ. ທັງນີ້ ກໍເພື່ອ ເຮັດໃຫ້ການສະເຫຼີມສະຫຼອງ 2 ວັນປະຫວັດສາດ ຂອງຊາດລາວເຮົາ ຄື: ວັນສາຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້້ ໃຫ້ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ດໍາເນີນໄປດ້ວຍດີ ແລະ ມີຜົນສຳເລັດ ໄປຕາມແຜນການທີ່ວາງໄວ້.