
ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫຼຸບປະຈໍາປີ 2025 ແລະ ທິດທາງແຜນການປີີ 2026 ໃນຕອນເຊົ້າຂອງວັນທີ 28 ມັງກອນ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ນາງ ຄໍາສີ ສິດທິວໍລະດາ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ມີພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມ ເມືອງ 5 ເມືອງ ພ້ອມດ້ວຍ ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ນາງ ຄໍາສີ ສິດທິວໍລະດາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ເພື່ອເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນະໂຄສະນາອົບຮົມແຂວງ ໃນໄລຍະ 1 ປີທີ່ຜ່ານມາ ແລະ ວາງທິດທາງແຜນການປີ 2026 ໂດຍຍົກໃຫ້ເຫັນຜົນສຳເລັດວຽກງານພົນເດັ່ນ ແລະ ບັນດາຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານ ເພື່ອພ້ອມກັນປຶກສາຫາລືຊອກຫາວິທີການແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານໃນຕໍ່ ໜ້າໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.

ຈາກນັ້ນ ທ່ານ ນາງສຸກຊົ່ງ ຕົ່ງສື ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ຕະຫຼອດໄລຍະ 1 ປີຜ່ານມາ ໄດ້ມີຜົນສຳເລັດວຽກງານທີ່ພົນເດັ່ນຫຼາຍດ້ານ ເປັນຕົ້ນ: ໄດ້ໂຄສະນາເຜີຍແຜ່ບັນດາແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງຂອງຂັ້ນເທິງ, ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ແລະ ວັນຄ້າຍວັນເກີດຂອງ ທ່ານ ຜູ້ນຳທັງພາຍໃນ ແລະ ປະເທດເພື່ອນມິດ ຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ທັງ ໝົດ 9 ຄັ້ງ, ເຜີຍແຜ່, ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ສໍາລັບສະມາຊິກພັກ, ພະນັກງານ ເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ, ເອກະສານຕ່າງໆ ຂອງຂັ້ນເທິງ ແລະ ຂອງແຂວງ ໄດ້ທັງໝົດ 7 ຄັ້ງ, ແຈກຢາຍປື້ມວາລະສານໂຄສະນາ ແລະ ວາລະສານອາລຸນໃໝ່ ຂອງຄະນະໂຄສະນາອົບຮົມສູນກາງພັກ ຈຳນວນ 436 ຫົວ ທັງເປັນເຈົ້າການເກັບກໍາສະພາບແນວຄິດຫາງສຽງສັງຄົມ ຕໍ່ການນໍາພັກຂອງພັກແຕ່ລະຂັ້ນ ພ້ອມນີ້ ກໍໄດ້ຝຶກອົບຮົມວຽກງານອົບຮົມໃຫ້ພະນັກງານທີ່ເຮັດວຽກງານອົບຮົມ ໃຫ້ພະແນກການຂອງແຂວງ ແລະ ເມືອງ ສຳເລັດ ພ້ອມນີ້ ກໍໄດ້ຜະລິດລາຍການວິທະຍຸ ອອກອາກາດເປັນປົກກະຕິ ມີທັງໝົດ 12 ລາຍການ, ຜະລິດລາຍການໂທລະພາບ ເພື່ອສົ່ງອອກກາດທາງໂທລະພາບແຫ່ງຊາດລາວ ຊ່ອງ 1 ໄດ້ທັງໝົດ 42 ລາຍການ, ໄດ້ລົງເຄື່ອນໄຫວເກັບກຳຂ່າວ ໄດ້ທັງໝົດ 496 ຂ່າວ ພ້ອມນີ້ ຍັງໄດ້ລົງຂ່າວອອກອາກາດທາງສື່ອອນລາຍ ເຟສບຸກ ໂທລະພາບໄຊສົມບູນ ໄດ້ 590 ກວ່າຂ່າວ, ລົງເພສຈົດໝາຍຂ່າວໄດ້ 980 ກວ່າຂ່າວ ໃນນີ້ ລວມທັງຂ່າວທີ່ບັນດາພະແນກການ ແລະ ບັນດາເມືອງ ສົ່ງໃຫ້ ນອກຈາກນີ້ແລ້ວ ຍັງໄດ້ ສົ່ງຂ່າວໃຫ້ທາງສູນກາງອອກອາກາດຕື່ມອີກ. ສ່ວນວຽກງານອື່ນໆກໍໄດ້ມີການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ.ຈາກນັ້ນ ບັນດາເມືອງ ແລະ ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄໍາເຫັນ ດ້ວຍຄວມຮັບຜິດຊອບສູງ.

ໃນໂອກາດນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ຍັງໄດ້ມີຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ ຄະນະໂຄສະນາອົບຮົມແຂວງ ເປັນເຈົ້າການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງຕ່າງໆ ຂອງພັກ, ກົດໝາຍ ແລະ ລະບຽບຂອງລັດ ໃນແຕ່ລະໄລຍະໃຫ້ເລິກເຊິ່ງ, ເພີ່ມທະວີວຽກງານ ສຶກສາອົບຮົມການເມືອງ-ແນວຄິດແກ່ສະມາຊິກພັກ-ພະນັກງານໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ, ຖືສໍາຄັນການປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດ ຊອບຢ່າງຈະແຈ້ງ, ເປັນເສນາທິການໃຫ້ແກ່ອົງຄະນະພັກແຂວງ ໃນການຈັດຕັ້ງປະຕິບັດພາລະບົດບາດ ສວ່ນວຽກງານສື່ມວນຊົນ ຊຶ່ງເປັນເຄື່ອງມື ເປັນກະບອກສຽງອັນແຫຼມຄົມ ໃຫ້ແກ່ພັກ-ລັດ ແມ່ນໃຫ້ເອົາໃຈໃສ່ໃນການຂຽນຂ່າວໃຫ້ລະອຽດຊັດເຈນ ແລະ ວ່ອງໄວທັນເຫດການ ວຽກງານອື່ນໆກໍໄດ້ໃຫ້ໃຈໃສ່ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.


