ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີII

ສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ II ໄດ້ໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ໃນຕອນເຊົ້າຂອງວັນທີ 31 ກໍລະກົດ ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງປະທຸມທອງ ປະທານສະພາປະຊາຊົນແຂວງໄຊສົມບູນ ເປັນກຽດເຂົ້າຮ່ວມຂອງທ່ານ ພອຍຄຳ ຮ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 18 ແລະ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍ ການນຳພັກ-ລັດ ຂັ້ນສູງຂອງແຂວງ, ແຂກຈາກສູນກາງ ແລະ ແຂກຖືກຊີນ ເຂົ້າຮ່ວມ.

ໃນໂອກາດກ່າວສູນທອນພົດ ທ່ານ ແດງ ປະທຸມທອງ ໄດ້ຍົກໃຫ້ເຫັນເຖິງສະພາບການ ຢູ່ພາຍໃນພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ແມ່ນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ອັດຕາແລກປ່ຽນເໜັງຕີງແຮງ, ເງິນກີບອ່ອນຄ່າ ເຮັດໃຫ້ລາຄາສິນຄ້າ ແລະ ຄ່າຄອງຊີບ, ລາຄານ້ຳມັນເຊື້ອໄຟ ຖີບຕົວສູງຂື້ນ ແຕ່ພາຍໃຕ້ການນໍາພາ-ຊີ້ນຳຂອງ ການນຳແຂວງ ຕະຫຼອດທຸກພາກສ່ວນໃນສັງຄົມ ເຮັດໃຫ້ແຂວງໄຊສົມບູນ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນເປັນກ້າວໆ.

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຄັ້ງນີ້ ຈະໄດ້ຮັບຟັງການລາຍງານ, ການພິຈາລະນາ, ການຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ຄື: ບົດລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ຂອງແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ບົດລາຍງານແຜນການ ແລະ ການລົງທຶນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ບົດລາຍງານ ກ່ຽວກັບຈັດຕັ້ງປະຕິບັດວຽກງານພັດທະນາຊົດນະບົດ ແລະ ແກ້ໄຂຄວາມທຸກຍາກຂອງແຂວງໄຊສົມບູນ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2024 ຕາມມະຕິ ຮັບຮອງຂອງສະພາປະຊາຊົນແຂວງ, ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ດໍາລັດ 414/ລບ ໃນໄລຍະຜ່ານມາ ແລະ ວາງແຜນທິດທາງແຜນການໃນຕໍ່ໜ້າ, ບົດລາຍງານຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊສົມບູນ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນແຮ່ທາດ ແລະ ທິດທາງແຜນການໃນຕໍ່ໜ້າ, ວຽກງານຂອງກອງທຶນພັດທະນາໄຊສົມບູນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍ ປີ 2024, ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ໄຊສົມບູນ ຊຸດທີ II ແລະ ກອງປະຊຸມຍັງຈະໄດ້ອອກມະຕິຮັບຮອງເອົາ ວຽກງານທີ່ສຳຄັນ ຈຳນວນ 4 ສະບັບ ພ້ອມນີ້ ກອງປະຊຸມ ຍັງຈະໄດ້ຮັບຟັງການອະທິບາຍ, ຊີ້ແຈງຈາກການນໍາຂອງແຂວງ ແລະ ພະແນກການ ກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາ ສສຊ-ສສຂ ຕື່ມອີກ.

ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 3 ວັນ ຈຶ່ງຈະສຳເລັດ. ທ່ານ ສາມາດຕິດຕາມ, ສົ່ງຄໍາຄິດເຫັນ ແລະ ຄໍາສະເໜີມາຍັງກອງປະຊຸມໄດ້ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ 026 156 ໄດ້ໃນໄລຍະກອງ ປະຊຸມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa