ກອງປະຊຸມສ່ອງແສງລາຍງານວຽກງານຮອບດ້ານ ປະຈຳເດືອນສິງຫາ 2024 ຂອງພັກ

ແຂວງໄຊສົມບູນ ຈັດກອງປະຊຸມສ່ອງແສງລາຍງານວຽກງານຮອບດ້ານ ປະຈຳເດືອນສິງຫາ ຂອງພັກ ໃນວັນທີ 21 ສິງຫາ ນີ້ ທີຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີບັນດາຄະນະພັກຮາກຖານ-ໜ່ວຍພັກ ຈາກພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ແລະ ເມືອງອະນຸວົງ ເຂົ້າຮ່ວມ.

ໃນກອງປະຊຸມ ບັນດາສະຫາຍເລຂາຄະນະພັກຮາກຖານ-ເລຂາໜ່ວຍພັກ ແຕ່ລະພາກສ່ວນ ກໍໄດ້ຜັດປ່ຽນກັນລາຍງານໃນການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຮອບດ້ານຂອງຄະນະພັກຮາກຖານ, ໜ່ວຍພັກຂອງຕົນ ໃນໄລຍະຜ່ານ1 ເດືອນຜ່ານມາ ຊຶ່ງເຫັນວ່າຄະນະພັກຮາກຖານ-ເລຂາໜ່ວຍພັກ ແຕ່ລະພາກສ່ວນ ໄດ້ເປັນເຈົ້າການນໍາພາ-ຊີ້ນຳ ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ ຈົນສາມາດເຮັດສຳເລັດໜ້າທີ່ການເມືອງທີທີ່ຂັ້ນເທິງມອບໝາຍໃຫ້ ໂດຍຖືວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເປັນກົກ ເຮັດໃຫ້ສະມາຊິກພັກ, ພະນັກງານ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ພ້ອມກັນເອົາ ໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດເປັນກ້າວໆ ສວ່ນວຽກງານການປັບປຸງກໍ່ສ້າງ ໄດ້ມີການຂະຫຍາຍພັກ, ຮ່ວມຊີວິດພັກ, ສຳຫຼວດ, ກວດກາ ແລະ ເສຍເງິນສະຕິ ເປັນປົກກະຕິ ຕິດພັນກັບວຽກງານການກະກຽມດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ແລະ ໜ່ວຍພັກ ແຕ່ລະພາກ ສ່ວນ ກໍໄດ້ສຳເລັດການກະກຽມບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມ ແລະ ການທາບທາມບຸກຄະລາກອນ ເປັນທີ່ຮຽບຮ້ອຍແລ້ວ ເພື່ອຮັບປະກັນໃຫ້ໃຫ້ການດຳເນີນກອງປະຊຸມຂັ້ນຂອງຕົນ ສຳເລັດຕາມຄາດໝາຍທີ່ວາງໄວ້. ກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການສ່ອງແສງລາຍງານວຽກງານຮອບດ້ານຂອງພັກ ໃນໄລຍະ 1 ເດືອນຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຜົນສຳເລັດ ແລະ ດີຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa