ກອງປະຊຸມເຊື່ອມຊຶມເອກະສານ ມະຕິ 04/ກມສພ ແລະ ມະຕິ 05/ລບ

ກອງປະຊຸມເຜີຍແຜ່, ເຊື່ອມຊືມເອກະສານສໍາຄັນຂອງພັກ, ຂອງຊາດ ຂຶ້ນໃນຕອນເຊົ້າຂອງວັນທີ 7 ມິຖຸນາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ ຕະຫຼອດຮອດພະນັກງານຫຼັກແຫຼງອ້ອມຂ້າງແຂວງ ເຂົ້າຮ່ວມ.

ການເຜີຍແຜ່ – ເຊື່ອມຊືມ ເອກະສານສໍາຄັນໃນຄັ້ງນີ້ ປະກອບມີ 5 ເອກະສານຄື: ມະຕິ ຂອງກົມການເມືອງ,ສູນກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ຜົນສໍາເລັດການຢ້ຽມຍາມເຮັດວຽກ ຢູ່ ສ.ຣັດເຊຍ ຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສ ປປ ລາວ, ມະຕິຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່,ພ້ອມດ້ວຍ ຜົນສໍາເລັດຂອງການພົບປະຂັ້ນສູງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈໍາປີ 2024 ແລະ ຜົນສໍາເລັດການພົບປະສຸດຍອດ ຄັ້ງທີ 14 ລະຫວ່າງ ພັກປະຊາຊົນລາວ ກັບ ພັກປະຊາຊົນ ກໍາປູເຈຍ ປະຈໍາປີ 2024. ການເຊື່ອມຊຶມໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ຢູ່ພາຍໃນແຂວງໄຊສົມບູນຂອງພວກເຮົາໄດ້ຮູ້ ແລະ ເຂົ້າໃຈກ່ຽວກັບແນວທາງ-ນະໂຍບາຍຂອງພັດ-ລັດເຮົາ ເຊິ່ງຍາມໃດຍຶດໝັ້ນການເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ມີຄວາມໜັກແໜ້ນອັນເປັນແນວທາງພື້ນຖານຂອງພັກເຮົາ ເຮັດໃຫ້ສາມາດຮັບມືກັບບັນຫາຕ່າງໆທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຜົນສະທ້ອນຈາກສະພາບເວດລ້ອມພາຍນອກ ບົນພື້ນຖານຄວາມເປັນຈິ່ງດັ່ງກ່າວ, ພວກເຮົາມີຄວາມຈໍາເປັນຢ່າງາວະວິໄສ ເພື່ອຍືນຢັນຄວາມຖືກຕ້ອງຂອງແນວທາງ, ແຜນນະໂຍບາຍທີ່ໄດ້ວາງອອກ, ພ້ອມນັ້ນ ກໍ່ກວດກາ, ຕີລາຄາ ແລະ ປັບປຸງບາງແນວທາງນະໂຍບາຍ, ເພື່ອຍົກລະດັບຄວາມສາມາດດ້້ານການບໍລິຫານຈັດການ, ພັດທະນາເສດຖະກິດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຊິ່ງຈະເປັນເງື່ອນໄຂພພຶ້ນຖານຮັບະກັນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ກໍ່ຄືການພັດທະນາເສດຖຖະກິດຕະຫຼາດ ຕາມທິດສັງຄົົມນິຍົມ ຢູ່ປະເທດເຮົາ ໃຫ້ນັບມື້ນັບເປັນຮູບປະທໍາຍິ່ງຂຶ້ນ. ພ້ອມນັ້ນຍັງໄດ້ສືບຕໍ່ການເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດຢູ່ໃນພາກພື້ນ ແລະ ສາກົນ, ເວົ້າລວມເວົ້າສະເພາະກໍ່ແມ່ນກັບປະເທດ ສ.ຣັດເຊຍ, ສສ ຫວຽດນາມ ແລະ ພັກປະຊາຊົນ ກໍາປູເຈຍ ແນ່ໃສ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືໃຫ້ນັບມື້ນັບກ້ວາງຂວາງ, ເລິກເຊິ່ງ ແລະ ມີໝາກຜົນເປັນຮູບປະທໍາກ່ວາເກົ່າ ທັງສາຍພັກ ແລະ ສາຍລັດ ໂດຍສະເພາະການສຸກຍູ້ການຮ່ວມມືທາງດ້ານເສດຖະກິດ ໃຫ້ສົມຄູ່ກັບການຮ່ວມມືທາງດ້ານການເມືອງອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa