
ວັນທີ 15 ຕຸລາ 2025 ນີ້ສະພາປະຊາຊົນແຂວງໄຊສົມບູນ ໄດ້ລົງຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມ ສະໄຫມວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊສົມບູນ ຊຸດທີ IV ຂຶ້ນທີ່ສະໂມສອນໃຫຍ່ເມືອງອະນຸວົງ, ໂດຍການເປັນປະທານຂອງ ທ່ານ ແດງ ປະທຸມທອງ, ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ຄຳສີ ສິດທິວໍລະດາ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຮອງປະທານສະພາ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າຫ້ອງການ, ອົງການ, ກົມກອງອ້ອມຂ້າງເມືອງພ້ອມດ້ວຍພະນັກງານລັດຖະກອນ ແລະ 2 ບ້ານເທດສະບານເຂົ້າຮ່ວມ.

ໂອກາດນີ້ ທ່ານ ແດງ ປະທຸມທອງ ຍົກໃຫ້ເຫັນຄວາມເອົາໃຈໃສ່ ເພີ່ມທະວີ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ດ້ວຍຄວາມຮັບຜິດຊອບສູງ, ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ທັງເປັນການປັບປຸງແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະບໍລິຫານງານພັກ, ຂອງຄະນະປະຈຳພັກ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສ້າງຄວາມເຊື່ອໝັ້ນສັດທາຂອງມະຫາຊົນ ຕໍ່ການນຳພາຂອງພັກ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ການເລັ່ງທວງໃນການປະຕິບັດ ໜ້າທີ່ການເມືອງຂອງພັກ ຢູ່ແຕ່ລະຂັ້ນໃນໄລຍະໃໝ່. ເຊິ່ງສະຫາຍໄດ້ໃຫ້ຮູ້ອີກວ່າໃນກອງປະຊຸມ ໄດ້ພິຈາລະນາຮັບຮອງ ເອົາບຸກຄະລາກອນເຂົ້າໃນກົງຈັກ ທີ່ສຳຄັນຂອງຄະນະກຳມະການປົກຄອງຂັ້ນແຂວງ ແລະ ຄະນະກຳມະການປົກຄອງຂັ້ນເມືອງຄື: ຮັບຮອງເອົາການແຕ່ງຕັ້ງ ທ່ານ ພົຈວ ບົວພັນ ອິນທະປັນຍາ ເປັນປະທານຄະນະກໍາມະການປົກຄອງແຂວງໄຊສົມບູນ, ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງໄຊສົມບູນ, ທ່ານ ປອ ທອງປະເສີດ ໄຊຍະລາດ ເປັນຮອງປະທານຄະນະກໍາມະການປົກຄອງແຂວງໄຊສົມບູນ. ຍັງຮັບຮອງເອົາການແຕ່ງຕັ້ງ ຫົວໜ້າພະແນກການ, ອົງການທຽບເທົ່າພະແນກ ຈໍານວນ 8 ທ່ານຄື: ທ່ານ ອຸດອນ ສິງດາລາ ເປັນປະທານອົງການກວດກາພັກ-ລັດແຂວງ, ທ່ານ ວັນຄໍາເກັ່ງ ຢ່າຊົງກົວ ເປັນຫົວໜ້າຫ້ອງວ່າການແຂວງ, ທ່ານ ຮືທໍ່ ເພຍຫຼວງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ , ທ່ານ ໄຊຍະວົງ ຈິດຕະວົງ ເປັນຫົວໜ້າພະແນກການເງິນແຂວງ, ທ່ານ ຜາທໍ່ ຕົ່ງເຢີທໍ່ ເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ພຸດລຳໄພ ທຽມພຣະສອນ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ດົວຊົ່ງ ເລ່ຍໂກ້ ເປັນຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ທ່ານ ທົງສະຫວັນ ໂພສະລາດ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຮັບຮອງເອົາການແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງເມືອງ 2 ເມືອງຄື: ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມບູນ ຄໍາຕາງ ເປັນປະທານຄະນະກໍາມະການປົກຄອງເມືອງອະນຸວົງ, ທ່ານ ວຽງມະນີ ຢົ່ງລໍ່ຢ່າງ ເປັນປະທານຄະນະກໍາມະການປົກຄອງເມືອງຮົ່ມ. ຊຶ່ງຜົນສໍາເລັດຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊສົມບູນ ຊຸດທີ IV ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງໄຊສົມບູນ, ເຂົ້າສູ່ວຽກງານຕົວຈິງ ແລະ ເປັນໝາກຜົນລວມສູນສະຕິປັນຍາ, ການສະແດງອອກສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງທີ່ໜັກແໜ້ນ ເຂັ້ມແຂງ ເທື່ອລະກ້າວ.
