ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ຂອງສະຫະພັນກຳມະບານແຂວງ ໄຊສົມບູນ

ໃນວັນທີ 5 ມິຖຸນາ 2024 ຜ່ານມານີ້ ສະຫະພັນກຳມະບານແຂວງໄຊສົມບູນຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງຂອງຕົນ ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ຄົວຈັ້ງ ດຣາເຊັ້ງ, ກຳມະການພັກແຂວງ, ເລຂາໜ່ວຍພັກປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງໄຊສົມບູນ, ມີບັນດາຮອງເລຂາໜ່ວຍພັກ, ສະມາຊິກພັກພ້ອມດ້ວຍຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜ ເຂົ້າຮ່ວມ.

ບັນດາເອກະສານສຳຄັນ ທີ່ນໍາມາເຜີຍແຜ່-ເຊື່ອມຊຶມ ໃນຄັ້ງນີ້ ປະກອບມີ 7 ເອກະສານ ຄື: ເອກະສານຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານສະມາຊິກພັກ, ມະຕິກອງ ປະຊຸມຄົບຄະນະບໍລິຫານງານພັກແຂວງໄຊສົມບູນ ຄັ້ງທີ 15 ສະໄໝທີ I ແລະ ມະຕິ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊສົມບູນ ເປີດກວ້າງ ຄັ້ງທີ 14 ສະໄໝທີ I ຊຶ່ງໃນນີ້ ກໍເພື່ອໃຫ້ສະມາຊິກພັກ, ພະນັກງານຂອງຕົນ ໄດ້ຮັບຮູ້ເຂົ້າໃຈ ແລະ ສາມາດກຳໄດ້ເນື້ອໃນຈິດໃຈ ຂອງບັນດາເອກະສານດັ່ງກ່າວ ເປັນຕົ້ນແມ່ນຂັ້ນຕອນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ເຜີຍແຜ່ເຊື່ອມຊຶມເອກະສານອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານຫຼັກແຫຼ່ງຂອງຕົນເພື່ອນຳໄປຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າໃນການເຄື່ອນໄຫວວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິພົນສູງຂຶ້ນໃນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa