ກອງປະຊຸມເຜີຍແຜ່ເຊື່ອມຊຶມ ເອກະສານ ມະຕິກອງປະຊຸມຄົບຄະນະ ສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄຳແນະນຳ ແລະ ມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ.

 

ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເອກະສານ ມະຕິກອງປະຊຸມຄົບຄະນະ ສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄຳແນະນຳ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂຶ້ນ ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ຕະຫລອດຮອດເລຂາ-ຮອງເລຂາພັກເມືອງ 5 ເມືອງ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ແດງ ປະທຸມທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຂຶ້ນເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຊຶ່ງໄດ້ຍົກໃຫ້ເຫັນບັນຫາສຳຄັນກ່ຽວກັບການປັບປຸງລັດຖະທຳມະນູນ ສະບັບປີ 2025, ການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ການສ້າງຕັ້ງອົງການປົກຄອງຕາແສງ, ການປັບປຸງກົງຈັກການຈັດຕັ້ງ. ພ້ອມດຽວກັນນັ້ນ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ເຊືອມຊຶມມະຕິ ວ່າດ້ວຍການປັບປຸງການຈັດຕັ້ງ ແລະ ຄຳແນະນຳ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ເພື່ອຮັບປະກັນໃຫ້ການປັບປຸງກົງຈັກການຈັດຕັ້ງ ດຳເນີນໄປຖືກຕ້ອງຕາມທິດຊີ້ນຳ, ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ທັນຕາມກຳນົດເວລາ ຈຶ່ງໄດ້ມີການປັບປຸງການຈັດຕັ້ງຢູ່ທ້ອງຖິ່ນ ໂດຍການໂຮມພະແນກ, ຫ້ອງການ ແຜນການ ແລະ ການລົງທຶນ ເຂົ້າກັບ ພະແນກ, ຫ້ອງການ ການເງິນ ເປັນພະແນກການເງິນ, ໂຮມພະແນກ, ຫ້ອງການ ພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ພະແນກ, ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເປັນພະແນກອຸດສາຫະກຳ ແລະ ການຄ້າ, ໂຮມພະແນກ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບພະແນກກະສິກຳ ແລະ ປ່າໄມ້ ເປັນພະແນກກະສິກຳ ແລະ ສິ່ງແວດລ້ອມ, ໂຮມພະແນກ, ຫ້ອງການ ພາຍໃນ ພ້ອມທັງຍົກຍ້າຍບຸກຄະລາກອນ ທີ່ສອດຄ່ອງກັບພາລະບົດບາດ ໄປເຂົ້າກັບຄະນະຈັດຕັ້ງແຂວງ, ໂອນວຽກງານຖະແຫລງຂ່າວ ພ້ອມທັງຍົກຍ້າຍບຸກຄະລາກອນອອກຈາກພະແນກ, ຫ້ອງການ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມ, ປ່ຽນຊື່ພະແນກ,ຫ້ອງການ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນພະແນກວັດທະນະທຳ ແລະ ທ່ອງທ່ຽວ. ໃນການເຊື່ອມຊຶມເອກະສານ ຄັ້ງນີ້ ກໍເພື່ອສ້າງການຫັນປ່ຽນໃໝ່ ໃນການປັບປຸງແບບແຜນນຳພາ, ວິທີເຮັດວຽກ, ປັບປຸງຂອດຊີ້ນຳການຈັດຕັ້ງປະຕິບັດ ໃນແຕ່ລະຂົງເຂດວຽກງານໃຫ້ແທດເໝາະ, ຍູ້ຂະບວນການຮອບດ້ານ ໃຫ້ເຂົ້າສູ່ວຽກງານຕົວຈິງ ແລະ ໄດ້ຮັບຜົນສຳເລັດ, ພ້ອມກັນຈັດຕັ້ງເຜີຍແຜ່, ເຊື່ອມຊຶມ, ກຳແໜ້ນເນື້ອໃນເອກະສານ, ມະຕິ, ຄຳແນະນຳ ໃຫ້ເລິກເຊິ່ງ ແລະ ຜັນຂະຫຍາຍເປັນອັນລະອຽດ, ເປັນເຈົ້າການ ໃນການປັບປຸງກົງຈັກການຈັດຕັ້ງຂອງຕົນ ໃຫ້ໄປຕາມແຜນ ແລະ ຖືກຕ້ອງຕາມທິດຊີ້ນຳຂອງຂັ້ນເທິງ ໃຫ້ໄດ້ປະສິດທິພາບ ແລະ ປະສິດທິຜົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa