ກອງປະຊຸມເຜີຍແຜ່ເຊື່ອມຊຶມ ກົດໝາຍ ແລະ ເອກະສານສຳຄັນຕ່າງໆຂອງແນວລາວສ້າງຊາດ ຢູ່ເມືອງຮົ່ມ

ແນວລາວສ້າງຊາດເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ກົດໝາຍ ແລະ ເອກະ ສານສຳຄັນຕ່າງໆ ຂອງແນວລາວສ້າງຊາດ ຂື້ນໃນວັນທີ 26 ສິງຫາ 2025 ຢູ່ທີສະໂມສອນເມືອງ ຫຼັງໃໝ່ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ໄຊສະຫວາດ ເລົ່າຢີ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ກອງ, ມີບັນດາທ່ານຄະນະກຳມະການທີປຶກສາຂອງແນວລາວສ້າງຊາດເມືອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ ກົດໝາຍວ່າດ້ວຍແນວລາວສ້າງຊາດ (ສະບັບປັບປຸງ) ເລກທີ 090/ສພຊ ລົງວັນທີ 20 ມິຖຸນາ 2018, ເຊິ່ງປະກອບມີ 63 ມາດຕາ ໃນນີ້ໄດ້ມີມາດຕາສ້າງໃໝ່ ແລະ ປັບປຸງບາງມາດຕາຄືນໃໝ່, ພ້ອມນີ້ໄດ້ຮັບຟັງການຜ່ານດໍາລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ສະບັບປັບປຸງ, ຈາກນັ້ນທ່ານປະທານໄດ້ເຜິຍແຜ່ເຊື່ອມຊືມເອກສານມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ໂດຍທ່ານໄດ້ກ່າວວ່າ: ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືວຽກງານແນວໂຮມ ແລະ ວຽກງານມະຫາຊົນເປັນຍຸດທະສາດສໍາຄັນຂອງການປະຕິວັດ, ຖືມະຫາຊົນເປັນບໍ່ເກີດ, ເປັນບ່ອນອີງ ແລະ ເປັນກໍາລັງແຮງຕົ້ນຕໍຂອງພັກ ຕະຫຼອດໄລຍະແຫ່ງການນໍາພາພາລະກິດປະຕິວັດຊາດປະຊາທິປະໄຕ ກໍ່ຄືໃນໄລຍະປະຕິບັດ 2 ໜ້າທີ່ຍຸດທະສາດ, ພັກເຮົາຍາມໃດກໍ່ອີງໃສ່ກໍາລັງແຮງຂອງມະຫາຊົນ, ເອົາການກໍ່ສ້າງພະນັກງານ, ສະມາຊິກພັກຕິດແໜ້ນກັບມະຫາຊົນ, ຖືເອົາຂະບວນການຂອງມະຫາຊົນເປັນບ່ອນຝຶກຝົນທົດສອບ ແລະ ສາມາດສ້າງໄດ້ພະນັກງານ, ສະມາຊິກພັກຜູ້ດີເດັ່ນຈາກຂະບວນການຕົວຈິງຂອງມະຫາຊົນ, ໃນເງື່ອນໄຂໃໝ່ຂອງການປະຕິວັດໂດຍຢືນຕໍ່ໜ້າສະພາບການທີ່ມີສິ່ງທ້າທາຍທົດ ສອບນາໆປະການຕໍ່ຄວາມສາມາດນໍາພາຂອງພັກເຮົາ, ຍິ່ງຕ້ອງຖືການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາພາຍໃນຊາດ ເປັນພື້ນຖານຮັບປະກັນໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກເຮົາ, ເຮັດໃຫ້ຈຸດໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ປະກົດຜົນເປັນຈິງ.
ພ້ອມດຽວກັນນີ້ທ່ານຍັງໄດ້ມີຄໍາເຫັນຊີ້ນໍາກ່ອນອື່ນທ່ານໄດ້ເໜັ້ນໃຫ້ຄະນະກໍາມະການແນວລາວສ້າງຊາດເມືອງ, ຈົ່ງຕັ້ງໜ້າເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ້ງຕາມພາລະບົດບາດຂອງຕົນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ປະກອບສ່ວນປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອຮັກຊາດ, ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດຂອງເຜົ່າ; ຖ່າຍທອດຄວາມຮູ້, ບົດຮຽນ, ປະສົບການມູນເຊື້ອອັນດີງາມຂອງແນວລາວອິດສະຫຼະ, ແນວລາວຮັກຊາດໃຫ້ແກ່ຄົນຮຸ່ນຫຼັງ, ສືບຕໍ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປອງດອງຊຸກຍູ້ຂະບວນແຂງຂັນຮັກຊາດ ແລະ ພັດທະນາ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຕ້ານ ແລະ ແກ້ໄຂການເຊື່ອຖືງົມງວາຍທີ່ຈ່ອງດຶງຄວາມກ້າວໜ້າ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການແນວລາວສ້າງຊາດແຕ່ລະຂັ້ນ, ພັດທະນາພື້ນຖານໂຄງລ່າງຂອງແນວລາວສ້າງຊາດ ຫັນເປັນທັນສະໄໝ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa