ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານອົບຮົມການເມືອງ-ແນວຄິດ ສໍາລັບສະມາຊິກພະນັກງານ, ພະນັກງານຫຼັກແຫຼ່ງ ເພື່ອດຳເຊີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 25 ເມສາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພົຕ ວົງສອນ ອິນປານພີມ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກພັກ-ພະນັກງານ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ຕະຫຼອດຮອດສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນແຂວງ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ປະກອບມີ 4 ເອກະສານ ຄື : ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ແລະ ເອກະສານເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ ທັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນແຂວງ ມີຄວາມຮັບຮູ້-ເຂົ້າໃຈກ່ຽວກັບຄວາມໝາຍ ຄວາມສຳຄັນ ແລະ ເນື້ອໃນທີ່ຕ້ອງກຳແໜ້ນ ຂອງການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທັງເປັນເຈົ້າການນຳເອົາມະຕິກອງປະຊຸມ ໄປຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ເພື່ອເປັນການປັງປຸງພາຍໃນພັກໃຫ້ມີຄວາມປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ, ຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກ, ເພື່ອໃຫ້ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ດຳເນີນໄປຢ່າງຖືກຕ້ອງ, ສອດຄ່ອງຕາມກົດລະບຽບພັກ ເພື່ອຄັດເລືອກບຸກຄະລາກອນ ທີ່ມີມາດຖານ, ເງື່ອນໄຂຕາມທີ່ກຳນົດໄວ້ ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນ ໃນລະບົົບການເມືອງ ເພື່ອບຸກທະລຸການສ້າງ ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໄໝ່ ແລະ ເພື່ອໃຫ້ການກະກຽມດຳເນີນກອປະຊຸມໃຫຍ່ 3 ຂັ້ນຂອງພັກ ສຳເລັດຕາມກຳນົດເວລາ ແລະ ສຳເລັດຢ່າງຈົບງາມ ນອກຈາກນີ້ ກໍເພື່ອໃຫ້ສະມາຊິກພະນັກງານ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ເຂົ້າໃຈເນື້ອໃນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເປັນຈຳເປັນຂອງການແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ ແລະ ໄພອັນຕະລາຍຂອງປະກົດການຫຍໍ້ທໍ້ ເພາະວ່າວຽກງງານການເມືອງ-ແນວຄິດ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງວຽກງານກໍ່ສ້າງພັກ ຍາມໃດພັກເຮົາກໍຢຶດໝັ້ນທິດນໍາພື້ນຖານຂອງພັກ ຖືເອົາວຽກງານການເມືອງ-ແນວຄິດ ເປັນໜ້າທີ່ສຳຄັນພື້ນຖານ ແລະ ເປັນວຽກງານກົກ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດກ້າວສູ່ຈຸດໝາຍສັງຄົມນິຍົມ.