ກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານຂອງອົງການໄອຍະການແຂວງ ໄຊສົມບູນ

ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2024 ນີ້ ອົງການໄອຍະການປະຊາຊົນແຂວງໄຊສົມບູນ ເຜີຍແຜ່-ເຊື່ອມຊຶມ 4 ເອກະສານທີ່ສໍາຄັນ ໃຫ້ພະນັກງານຫຼັກແຫຼງຂອງຕົນ ຂຶ້ນທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ທ່ານ ຄຳ​ເພັດ​ ດວງມາລາ, ຫົວໜ້າອົງການໄອຍະການປະຊາຊົນແຂວງໄຊສົມບູນ, ມີຮອງຫົວໜ້າ ຕະຫຼອດຮອດຫົວໜ້າ-ຮອງຫົວໜ້າຂະແໜງ, ແລະ ພະນັກງານວິຊາການຂອງຕົນ ເຂົ້າຮ່ວມ.

ການເຜີຍແຜ່-ເຊື່ອມຊຶມເອກະສານທີ່ສຳຄັນ ໃນຄັ້ງນີ້ ປະກອບມີ 4 ເອກະສານ ຄື: ເຜີຍແຜ່ເອກະສານຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານສະມາຊິກພັກຊຶ່ງທັງນີ້ ກໍເພື່ອໃຫ້ພະນັກງານ ສາມາດກໍາໄດ້ເນື້ອໃນເອກະສານດັ່ງກ່າວ ພ້ອມທັງເປັນເຈົ້າການນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ບົນພື້ນຖານຄວາມຮັບຮູ້ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ເພື່ອປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມສາມາດໃນການນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ທີ່ເປັນປັດໄຈຫຼັກ ໃນການຕັດສິນໄຊຊະນະ ເພື່ອຮັບປະກັນໃຫ້ພະນັກງານສະມາຊິກພັກມີຫຼັກໝັ້ນທີ່ໜັກແໜ້ນ, ສາມາດແກ້ໄຂປະກົດການຫໍ້ທໍ້ຕ່າງໆ ໃນຖັນແຖວພະນັກງານ ທັງຍັງເປັນການສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາພະນັກງານຫຼັກແຫຼ່ງຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານ ມີປະສິດທິພາບ ແລະ ຖືກຕ້ອງຕາມລະບຽບຫຼັກການ ທີ່ກຳນົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa