ກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານສໍາຄັນຂອງສູງກາງພັກ ຢູ່ເມືອງຮົ່ມ ແຂວງໄຊສົມບູນ

ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນຂອງສູງກາງພັກ ຂຶ້ນໃນວັນທີ 9 ພຶດສະພາ 2025 ນີ້, ຢູ່ທີສະໂມສອນເມືອງຮົ່ມພາຍໃຕ້ການເປັນປະທານຂອງ ສະຫາຍ ຈຸນດາ ຄໍາບູນມີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຮົ່ມ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຮອງເລຂາຄະນະພັກຮາກຖານ, ເລຂາຮອງເລຂາຄະນະໜ່ວຍພັກ ພ້ອມດ້ວຍພະນັກງານລັດຖະກອນ, ພະນັກງານອາສາສະໜັກຈາກບັນດາຫ້ອງການຂອງເມືອງເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ບຸນມີ ໄຊຍະຊ່າງ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູງກາງພັກ ສະໄໝທີ XI ສະບັບເລກທີ 02/ຄບສພ ລົງວັນທີ 7 ມີນາ 2025, ກ່ຽວກັບການປັບປຸງລັດຖະທໍາມະນູນ ສະບັບປີ 2015, ຈາກນັ້ນສະຫາຍ ເລຂາຄະນະບໍລິຫານງານພັກເມືອງກໍ່ໄດ້ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູງກາງພັກ ສະບັບເລກທີ 03/ຄບສພ ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ຄໍາແນະນໍາ ສະບັບເລກທີ 483/ຄບສພ ລົງວັນທີ 4 ເມສາ 2025 ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຢູ່ທ້ອງຖິ່ນ, ເພື່ອໃຫ້ບັນດາຫ້ອງການທີ່ຖືກໂຮມໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງຕໍ່ເອກະສານດັ່ງກ່າວ, ແລະ ສະຫາຍໄດ້ມີຄໍາໂອ້ລົມ ໃຫ້ຫົວໜ້າຄະນະຫ້ອງການ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງກໍ່ຄືພະນັກງານລັດຖະກອນທີ່ຢູ່ບັນດາຫ້ອງການທີຖືກໂຮມຈົ່ງມີຄວາມອຸ່ນອ່ຽງທຸ່ນທ່ຽງ, ສືບຈັດຕັ້ງປະຕິບັດໜ້າທີວຽກງານທີຕົນຮັບຜິດຊອບ, ພ້ອມທັງຮຽກຮ້ອງມາຍັງຫົວໜ້າຄະນະຫ້ອງການຈົ່ງສືບຕໍ່ສຶກສາອົບໂຮມການເມືອງແນວຄິດ, ຜັນຂະຫຍາຍແນວທາງການປຽ່ນແປງຂອງພັກໃຫ້ຖັນແຖວສະມາຊິກພັກ, ພະນັກງານລັດຖະກອນໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້, ສືບຕໍ່ນໍາພາ-ຊີ້ນໍາໜ້າທີວຽກງານທີຂັ້ນເທິງມອບໝາຍໃຫ້ສໍາເລັດດ້ວຍດີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa