ກອງປະຊຸມເຜີຍແຜ່, ເຊື່ອມຊືມ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ບາງນິຕິກຳທີ່ກ່ຽວຂ້ອງ ໃຫ້ພະນັກງານ-ລັດຖະກອນ ຢູ່ເມືອງ ຮົ່ມ

ໃນຕອນເຊົ້າວັນທີ 20 ສິງຫາ 2025 ນີ້ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ບາງນິຕິກຳທີ່ກ່ຽວຂ້ອງ ໃຫ້ພະນັກງານ-ລັດຖະກອນທົ່ວເມືອງ ຢູ່ທີ່ສະໂມສອນຂອງເມືອງ, ໂດຍການເປັນປະທານຂອງທ່ານ ໄຊສະຫວາດ ເລົ່າຢີ ຮອງເລຂາພັກເມືອງ, ມີບັນດາຫົວໜ້າ, ຄະນະຫ້ອງການ, ກົມກອງ, ພະນັກງານ-ລັດຖະກອນ ແລະ ຜູ້ປະກອບການທົ່ວເມືອງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ບົວລີເຮີ່ ຢົງເລັ່ງ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ເຊື່ອມຊືມກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິ່ງນະໂຍບາຍຂອງລັດ, ຫຼັກການ, ພັນທະກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ຂອບເຂດການນໍາໃຊ້ກົດໝາຍ, ການຮ່ວມມືສາກົນ, ກິດຈະການປົກປັກຮັກສາສິ່ງແວດລ້ອມ, ການປ້ອງກັນສິ່ງແວດລ້ອມ, ການສ້າງແຜນຈັດສັນທີ່ດີນ, ການຄຸ້ມຄອງ ແລະ ກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການປະເມີນສິ່ງແວດລ້ອມແບບຍຸດທະສາດ, ການວາງມາດຕະການ ປ້ອງກັນໄພພິບັດທຳມະຊາດ, ການຄຸ້ມຄອງສິ່ງແວດລ້ອມໃນທຸລະກິດຄອບຄົວ, ເສດຖະກິດພິເສດ, ເສດຖະກິດສະເພາະ, ການສຶກສາເບຶ້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ການນຳໃຊ້ເຕັກໂນໂລຊີທີ່ເປັນມິດຕໍ່ສິ່ງແວດລ້ອມ, ການຈຳກັດຜົນກະທົບຈາກການກໍ່ສ້າງ ແລະ ກິດຈະການອຶ່ນ, ການປ້ອງກັນສິ່ງແວດລ້ອມຈາກເຄມີ, ການກຳນົດມາດຕະຖານສິ່ງແວດລ້ອມແຫ່ງຊາດ, ການສ້າງລະບົບລາຍງານສະພາບສິ່ງແວດລ້ອມ, ການຄວບຄຸມມຸນລະຜິດ, ການຄວບຄຸມເຄມີທີເປັນຜິດ ແລະ ກຳຈັດສິ່ງເສດເຫຼືອ, ການຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ການອານຸຍາດຄວບຄຸມການປ່ອຍມຸນລະຜິດ, ການປຸກຈິດສຳນຶກ ແລະ ການມີສ່ວນຮ່ວມຂອງມວນຊົນ, ການບູລະນະຟື້ນຟູສິ່ງແວດລ້ອມ, ເຫດການສຸກເສີນທາງດ້ານສິ່ງແວດລ້ອມ, ກອງທືນປົກປັກຮັກສາສິ່ງແວດລ້ອມ, ຂໍ້ຫ້າມ, ນະໂຍບານຕໍ່ຜູ້ທີມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ, ນອກນີ້ຍັງໄດ້ເຊື່ອມຊືມລະບຽບວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ ແລະ ສິ່ງເສດເຫຼືອໃນຂອບເຂດເທດສະບານເມືອງຮົ່ມ, ຄວາມຮູກ່ຽວກັບຂີ້ເຫຍື້ອ ແລະ ປຸກຈິດສຳນຶກດ້ານສິ່ງແວດລ້ອມໃນການຈັດການຂີ້ເຫຍື້ອສຳລັບບ້ານ ແລະ ໂຮງຮຽນ, ການຄຸ້ມຄອງສິ່ງແວດລ້ອມທຸລະກິດຄອບຄົວ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການຕິດຕາມກວດກາການຈັດຕັ້ງປະຕິບັດແຜນການແກ້ໄຂບັນຫາສິ່ງແວດລ້ອມ ແລະ ຄູ່ມືແນະນຳຂຽວສະອາດງາມຕາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa