ໜ່ວຍພັກຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມໃຫຍ່ຂອງຕົນ ຂຶ້ນ ໃນຕອນເຊົ້າຂອງວັນທີ 6 ກຸມພາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ຄໍາສີ ສິດທິວໍລະດາ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີ ສະຫາຍ ບຸນຖະໜອມ ສິດທິນໍລາດ, ຮອງເລຂາໜ່ວຍພັກ, ຮອງປະທານອົງການກວດກາພັກ-ລັດແຂວງ ພ້ອມດ້ວຍ ເລຂາ, ຮອງເລຂາ ໜ່ວຍພັກພະແນກການ ອ້ອມຂ້າງແຂວງ ຕະຫຼອດຮອດສະມາຊິກພັກ ພາຍໃນໜ່ວຍ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ຈາກ ສະຫາຍ ນາງ ຄໍາສີ ສິດທິວໍລະດາ. ຊຶ່ງຕະຫຼອດໄລຍະຜ່ານມາ ຄະນະໜ່ວຍພັກ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ ໂດຍຫັນເອົາແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ມາສຶກສາອົບຮົມ ໃຫ້ສະມາຊິກພັກ, ພະນັກງານ- ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໄດ້ເຊື່ອມຊຶມຢ່າງເລິກເຊິ່ງ ເຮັດໃຫ້ເຂົາເຈົ້າມີຄວາມເຊື່ອໜັ້ນຕໍ່ການນຳພາຂອງພັກ ພ້ອມກັນຕັ້ງໜ້າປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ, ມີຄວາມຈົງຮັກພັກດີ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ມີຄວາມເປັນເອກະພາບສູງຕໍ່ແນວທາງຂອງພັກ.
ນອກນີ້ ຍັງໄດ້ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນໍາ ໃນການນໍາພາ-ຊີ້ນໍາ ເຮັດໃຫ້ສະມາຊິກພັກ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການຈັດຕັ້ງ ພ້ອມທັງຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ຫັນເອົາບັນດາມະຕິ-ຄໍາສັ່ງ ຂອງພັກ ມາເປັນແຜນວຽກ ແລະ ໂຄງການແຕ່ລະໄລຍະ ເພື່ອກໍານົດວຽກງານຢ່າງມີຈຸດສຸມ ແລະ ລະອຽດຈະແຈ້ງ ພ້ອມທັງຂໍທິດຊີ້ນໍາຈາກຄະນະປະຈໍາພັກແຂວງ ເປັນປົກກະຕິ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ຢ່າງແຂງແຮງ ແລະ ວຽກງານດ້ານອື່ນໆ ກໍໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້. ກອງປະຊຸມໄດ້ຖືໂອກາດດັ່ງກ່າວ ລົງປະຊາມະຕິຮັບຮອງເອົາການສະເໜີຄະນະພັກ ຊຸດໃໝ່. ຊຶ່ງກອງປະຊຸມ ໄດ້ເປັນເອກະສັນຮັບຮອງເອົາ ສະຫາຍ ນາງ ຄໍາສີ ສິດທິວໍລະດາ ເປັນເລຂາໜ່ວຍພັກ ແລະ ສະຫາຍ ນາງ ສຸກຊົ່ງ ຕົ່ງສື ເປັນຮອງເລຂາໜ່ວຍພັກ ພ້ອມທັງຮັບຮອງເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 2 ຂອງອົງຄະນະພັກແຂວງໄຊສົມບູນ ຄື: ສະຫາຍ ນາງ ສຸກຊົ່ງ ຕົ່ງສື ແລະ ສະຫາຍ ເຍ່ຍຊ້າງ ລ່ອງປາວຈັ້ງ.
ໂອກາດນີ້ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງ ສະຫາຍ ໄດ້ເນັ້ນໜັກ ໃຫ້ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມຈົງຮັກພັກດີ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ຕ່າງໆ ຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໃນແຕ່ລະໄລຍະ ໃຫ້ເລິກເຊິ່ງ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ເອົາໃຈໃສ່ກໍ່ສ້າງ ແລະ ຂະຫຍາຍພັກຕາມ 5 ຫຼັກການ 3 ທິດນໍາ ໃຫ້ຮັບປະກັນທາງປະລິມານ ແລະ ຄຸນນະພາບ, ຖືເອົາການຕໍາໜິກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອຄວາມກ້າວໜ້າ ພ້ອມທັງປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸມ ແລະ ນຳພາ-ຄຸ້ມຄອງ ສະມາຊິກພັກ ຢ່າງໃກ້ຊິດຕິດແທດ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ທີ່ໄດ້ກຳນົດຢູ່ໃນບົດລາຍງານການເມືອງ ໂດຍສະເພາະແຜນສູ້ຊົນວຽກງານ ໃນ 5 ປີ ຕໍ່ໜ້າ ກໍຄືແຕ່ນີ້ຮອດປີ 2029 ໃຫ້ປະກົດຜົນເປັນຈິງ.