ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງອະນຸວົງ ແຂວງໄຊສົມບູນ ຄັ້ງທີ III ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 6 ກຸມພາ 2025 ນີ້ ທີ່ສະໂມສອນເມືອງອະນຸວົງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຮືທໍ່ ເພຍຫຼວງ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ, ມີ ສະຫາຍ ວິໄລວັນ ບຸດດາຄຳ, ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ, ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງ ແລະ ສະຫາຍ ວຽງເພັດ ແສງທອງ, ວ່າການຫົວໜ້າກົມກໍ່ສ້າງພັກ-ພະນັກງງານ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍ ບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ຄະນະຮັບຜິດຊອບຊີ້ນຳ ການກະກຽມກອງປະຊຸມໃຫຍ່ຂັ້ນສູນກາງ, ຂັ້ນແຂວງ ຕະຫຼອດຮອດເລຂາພັກເມືອງ 4 ເມືອງ, ພະນັກງານບຳນານ ແລະ ຜູ້ຊົງຄຸນວຸດທິ ເຂົ້າຮ່ວມ.
ໃນໂອກາດກ່າວເປີດກອງປະຊຸມ ສະຫາຍ ຮືທໍ່ ເພຍຫຼວງ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນໃນຊີວິດການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ພ້ອມກັນຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດແນວທາງຂອງພັກ ໃນໄລຍະ 5 ປີ ຜ່ານມາ ໂດຍຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ. ທັງນີ້ກໍຈະໄດ້ພ້ອມກັນຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາແຜນພັດທະນາ 5 ປີ ເພື່ອສືບຕໍ່ນໍາພາ-ຊີ້ນຳ ວຽກງານຮອບດ້ານໃນຕໍ່ໜ້າ. ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຕະຫຼອດໄລຍະ 5 ປີ ຜ່ານມາ ຊຶ່ງເມືອງອະນຸວົງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ, ລະບົບການເມືອງໄດ້ຮັບການປັບປຸງ ຢ່າງຕັ້ງໜ້າ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານໂຄງລ່າງພື້ນຖານໄດ້ຮັບການປັບປຸງດີຂຶ້ນ ເປັນຕົ້ນແມ່ນ ເສັ້ນທາງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ, ນໍ້າສະອາດ, ຫ້ອງການບ້ານ ແລະ ອື່ນໆ ຮັບໃຊ້ໃຫ້ແກ່ປະຊາຊົນໃນທົ່ວເມືອງ, ໄດ້ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມດຳລັດ 414/ລບ, ຕິດພັນກັບວຽກງານ 3 ສ້າງ ໂດຍການຊຸກຍູ້ ແລະ ສົ່ງເສີມການຜະລິດເປັນສິນຄ້າເຊັ່ນ: ກຸ່ມປູກຜັກບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ, ປູກມັນສາຄູ, ມັນຕົ້ນ ແລະ ກຸ່ມບ້ານເທດສະບານ, ການເກັບລາຍຮັບເຂົ້າງົບປະມານເກີນແຜນການ, ຄຸ້ມຄອງລາຍຈ່າຍຕາມລະບຽບກົດໝາຍ, ສິນເຊື່ອທະນາຄານ ແລະ ກອງທຶນພັດທະນາບ້ານຂະຫຍາຍຕົວໄປທົ່ວ 19 ບ້ານ, ການລົງທຶນຂອງລັດ ແລະ ນັກທຸລະກິດເອກະຊົນ, ປະຊາຊົນ ກໍນັບມື້ນັບເພີ່ມຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.
ພ້ອມດຽວກັນນັ້ນ ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ-ຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອເປັນເຈົ້າການໃນການແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສູ້ຊົນສ້າງເມືອງໃຫ້ໄດ້ຮັບການພັດທະນາຮອບດ້ານ, ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ດັ່ງຄຳຂວັນທີ່ວ່າ: ສ້າງເມືອງອະນຸວົງ ໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເປັນລະບຽບຮຽບຮ້ອຍ ຕິດພັນກັບການພັດທະນາກະສິກຳສະອາດ, ການຄ້າ-ການບໍລິການ ແລະ ການທ່ອງທ່ຽວ. ຊຶ່ງກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງອະນຸວົງ ຄັ້ງທີ III ນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ຈຶ່ງຈະສໍາເລັດ.