ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ ll

    

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ໄດ້ສຳເລັດລົງຢ່າງຈົບງາມ ໃນຕອນເຊົ້າວັນທີ 10 ກັນຍາ ນີ້ ທີ່ສະໂມສອນຂອງແຂວງ ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 1 ວັນເຄິ່ງ, ໂດຍການເປັນປະທານຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ມີການນຳຂັ້ນສູງຈາກສູນກາງ, ຄະນະບໍລິຫານງານພັກແຂວງ, ຜູ້ແທນສົມບູນ ຈຳນວນ 135 ສະຫາຍ ຊຶ່ງຕາງໜ້າໃຫ້ແກ່ສະມາຊິກພັກ ທົ່ວແຂວງ 5.127 ສະຫາຍ, ພ້ອມດ້ວຍ ພະນັກງານບໍານານ-ປະຕິວັດອາວຸໂສ ແລະ ຕາງໜ້າຄະນະບໍລິຫານງານພັກ ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງບໍລິຄຳໄຊ ແລະ ແຂວງຫົວພັນ ຕະຫຼອດຮອດຕົວແທນນັກທຸລະກິດ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມທັງໝົດ 200 ກວ່າສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ດຳເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດ ແລະຄວາມສາມາດນໍາພາຂອງພັກ ສ້າງແຂວງໄຊສົມບູນ ມີຄວາມສະຫງົບໜັກແໜ້ນ, ສັງຄົມມີຄວາມສາມັກຄີປອງດອງ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມ 5 ທ່າແຮງຂອງແຂວງ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດລົງເທື່ອລະກ້າວ” ກອງປະຊຸມໄດ້ເປັນເອກກະພາບກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກສະໄໝທີ I ເປັນເອກະສັນຮັບຮອງເອົາທິດທາງ, ວຽກງານ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030) ຊຶ່ງໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງ, ຍົກລະດັບປະສິດທິພາບ ໃນ ການຈັດຕັ້ງປະຕິບັດວຽກງານຂອງຄະນະພັກແຂວງ ໃຫ້ສາມາດເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນຊຸມປີຕໍ່ໜ້າ.
ພ້ອມນີ້ ຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຸດໃຫມ່ ຊຶ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນ 35 ສະຫາຍ ເລືອກເອົາ 31 ສະຫາຍ ຍິງ 3 ສະຫາຍ ກອງປະຊຸມຄັ້ງປະຖົມມະລືກເປັນເອກະສັນເລືອກເອົາຄະນະປະຈໍາພັກແຂວງ 9 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພົຈວ ບົວພັນ ອິນທະປັນຍາ ແລະ ສະຫາຍ ທອງວັນ ທໍາມະວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ອຸດອນ ສິງດາລາ ເປັນປະທານກວດກາພັກແຂວງ ,ສະຫາຍ ຄໍາເພັດ ດວງມາລາ ,ສະຫາຍ ບຸນຖະໜອມ ສິດທິນໍລາດ ແລະ ສະຫາຍ ຕຸ້ຍ ອ່ອນດວງພະຈັນ ເປັນຮອງປະທານກວດກາພັກ ແຂວງໄຊສົມບູນ ພ້ອມດຽວກັນນີ້ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ 16 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ໃນໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມ ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ເພີ່ມທະວີນໍາພາປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນການທົ່ວປວງຊົນຮອບດ້ານ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂບັນຫາຢາເສບຕິດ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດລົງເທື່ອລະກ້າວ, ເອົາໃຈໃສ່ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ຖືເອົາວຽກງານກວດກາ ເປັນການສ້າງ-ປັບປຸງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 2 ຂອງອົງຄະນະພັກແຂວງ ເຂົ້າໃນວຽກງານຕົວຈີງຢ່າງຕັ້ງໜ້າ ເພື່ອເຮັດໃຫ້ແຂວງໄຊສົມບູນ ມີການພັດທະນຢ່າງຮອບດ້ານ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa