ກອງປະຊຸມ ການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈຳປີ 2025 ຂອງຄະນະໂຄສະນາອົບຮົມ ແຂວງໄຊສົມບູນ.

 ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂອງວັນທີ 18 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ນາງ ຄຳສີ ສິດທິວໍລະດາ ຄະນະປະຈຳພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະຮັບຜິດຊອບການປະເມີນຂັ້ນແຂວງ ຕະຫລອດຮອດຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານ-ລັດຖະກອນ ພາຍໃນ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ນາງ ຄຳສີ ສິດທິວໍລະດາ ໄດ້ມີຄຳເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອຊອກໃຫ້ເຫັນບຸກຄົນດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບຂອງແຕ່ລະບຸກຄົນ ພ້ອມນີ້ ທ່ານໄດ້ຮຽກຮ້ອງມາຍັງພະນັກງານ-ລັດຖະກອນທຸກທ່ານ ຈົ່ງເອົາໃຈໃສ່ໃນການປະເມີນ ຕຳນິຕິຊົມ, ກໍ່ສ້າງ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອປັບປຸງດ້ານອ່ອນຂໍ້ຄົງຄ້າງ ແລະ ຊອກຫາວິທີແກ້ໄຂໃຫ້ດີຂຶ້ນ, ບົນຫຼັກການລວມສູນປະຊາທິປະໄຕ, ຮັບປະກັນຄວາມໂປ່ງໃສ, ຄວາມສະເໝີພາບຍຸຕິທຳ ທັງຮັບປະກັນການປະຕິບັດຕາມວິທີຂັ້ນຕອນຂອງການປະເມີນຜົນທີ່ກຳນົດໄວ້. ຈາກນັ້ນ ຕາງໜ້າຄະນະຮັບຜິດຊອບການປະເມີນຂັ້ນແຂວງ ໄດ້ຂຶ້ນແນະນໍາວິທີການ ແລະ ຂັ້ນຕອນການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ຊຶ່ງເປັນການປະເມີນຜົນງານປົກກະຕິ ຂອງພະນັກງານ-ລັດຖະກອນ ແລະ ການປະເມີນແມ່ນໃຫ້ຄະແນນຕາມເນື້ອໃນມາດຕະຖານແຕ່ລະດ້ານຄື: ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້, ຄວາມສາມາດ ແລະ ປະສົບການ, ຜົນສຳເລັດໃນການປະຕິບັດວຽກງານ.
ພ້ອມດຽວກັນນັ້ນ ກອງປະຊຸມໄດ້ດໍາເນີນການປະເມີນຜົນ ຊຶ່ງພະນັກງານ-ລັດຖະກອນ ໄດ້ຂຶ້ນຜ່ານໃບເກັບກ່ຽວຜົນງານ ຕາມແຕ່ລະຂັ້ນຕອນ ແລະ ເນື້ອໃນມາດຕະຖານທີ່ໄດ້ກໍານົດໄວ້ ກໍຄືການຍົກເອົາຜົນສໍາເລັດ ໃນໜ້າທີ່ວຽກງານ ທີ່ຂັ້ນເທິງມອບໝາຍໃຫ້ຕົນຮັບຜິດຊອບ ລວມທັງຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງຕ່າງໆ ເພື່ອໃຫ້ໝູ່ຄະນະໄດ້ຕີລາຄາ ແລະ ພ້ອມກັນປັບປຸງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອຮັບປະກັນໃຫ້ວຽກງານມີຄວາມກ້າວໜ້າ ທັງໄດ້ຮັບຜົນສໍາເລັດດີຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa