ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ທ້າຍສະໄໝ ທີ I

ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງໄຊສົມບູນ ທ້າຍສະໄໝ ທີ I ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ກັນຍາ 2025 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວເປີດກອງປະຊຸມ ສະຫາຍໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າການເມືອງຂອງຕົນໃຫ້ສູງຂຶ້ນ, ຄົ້ນຄວ້າ, ປະກອບຄຳເຫັນໃຫ້ມີເນື້ອໃນເລິກເຊິ່ງ, ຖືກຕ້ອງ, ກົງໄປກົງມາ ແລະ ພາວະວິໄສ ເພຶ່ອເຮັດໃຫ້ເນຶ້ອໃນຮ່າງບົດລາຍງານການເມືອງມີຄວາມຮັດກຸມ ແລະ ສົມບູນແບບ. ຈາກນັ້ນ ໄດ້ຮັບຟັງການ ຜ່ານຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II (2021-2025) ແລະ ທິດທາງແຜນການ ໃນ 5 ປີຕໍ່ໜ້າ ຄັ້ງທີ III (2026-2030), ຮ່າງບົດສໍາຫຼວດຂອງຄະນະບໍລິຫານງານພັກແຂວງ, ຮັບຟັງການລາຍງານການກະກຽມຄວາມພ້ອມຮອບດ້ານການດໍາເນີນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ແລະ ຮ່າງລາຍງານການກະກຽມຄວາມພ້ອມດ້ານຕ່າງໆ ແລະ ຂໍອະນຸມັດຈາກຄະນະເລຂາທິການ ສູນກາງພັກ. ໃນກອງປະຊຸມ ຍັງໄດ້ພິຈາລະນາຮັບຮອງເອົາເນື້ອໃນຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II (2021-2025) ແລະ ທິດທາງແຜນການ ໃນ 5 ປີຕໍ່ໜ້າ ຄັ້ງທີ III (2026-2030), ຮ່າງບົດສໍາຫຼວດຂອງຄະນະບໍລິຫານງານພັກແຂວງ ແລະ ພິຈາລະນາຮັບຮອງເອົາບຸກຄະລາກອນກອງປະຊຸມ(ຜູ້ແທນສົມບູນ, ແຂກຖືກເຊີນ, ຈໍານວນຄະນະພັກ ແລະ ເປົ້າໝາຍຜູ້ອອກສະໝັກຮັບເລືອກຕັ້ງ ອີກດ້ວຍ.
ຈາກນັ້ນ ບັນດາສະຫາຍທີເຂົ້າຮ່ວມກໍ່ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ພັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ຮ່າງ ບົດລາຍງານການເມືອງ, ການກະກຽມຄວາມພ້ອມຮອບດ້ານ ຢ່າງກົງໄປກົງມາ ເພຶ່ອເຮັດໃຫ້ເນຶ້ອໃນມີຄວາມຮັດກຸມ ແລະ ມີປະສິດທິພາບ, ປະສິດຕິຜົນສູງ. ທັງນີ້ ກໍ່ເພຶ່ອເປັນການຍົກສູງທາງດ້ານເນຶ້ອໃນບົດລາຍງານການເມືອງ, ດ້ານຄວາມພ້ອມຕ່າງໆ ຕີລາຄາ ການນຳພາ-ຊີ້ນຳວຽກງານຮອບດ້ານ ເພື່ອເຫັນໄດ້ດ້ານຕັ້ງໜ້າ, ຜົນສຳເລັດ, ບັນຫາຂໍ້ຄົງຄ້າງ, ສາເຫດ ແລະ ມາດຕະການທີຈະຕ້ອງໄດ້ແກ້ໄຂ ເພຶ່ອກະກຽມຄວາມພ້ອມເປີດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ທີຈະໄຂຂຶ້ນໃນມໍ້ໆນີ້ ໃຫ້ມີຜົນສຳເລັດຢ່າງຈົບງາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa