
ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດກອງປະຊຸມປະເມີນຜົນງານ ຂອງຄະນະນໍາ ປະຈໍາປີ 2025 ໃນຕອນບ່າຍຂອງວັນທີ 15 ທັນວາ ນີ້ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ທອງວັນ ທຳມະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ, ມີທ່ານ ນາງ ຄຳສີ ສິດທິວໍລະດາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ, ມີຄະນະນໍາຄະນະໂຄສະນາ, ອະນຸກຳມະການປະເມີນຂັ້ນແຂວງ ແລະ ບັນດາຫົວ ໜ້າຂະແໜງ-ຮອງຂະແໜງ ພາຍໃເຂົ້າຮ່ວມ.

ໂອກາດນີ້ ທ່ານ ທອງວັນ ທຳມະວົງ ໄດ້ມີຄຳເຫັນຊີ້ນໍາກ່ອນການປະເມີນ ທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນ ຂອງການປະເມີນຄະນະນໍາ ຊຶ່ງເປັນການກວດກາຄືນກ່ຽວກັບການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດ ໜ້າທີ່ການເມືອງ ຕິດພັນກັບວຽກງານວິຊາສະເພາະ ໃນໄລຍະຜ່ານມາ ລວມທັງຈຸດດີ, ຈຸດອ່ອນຂໍ້ຄົງຄ້າງ ເພື່ອຊອກຫາວິທີການແກ້ໄຂໃຫ້ວຽກງານໃນຕໍ່ໜ້າມີຜົນສໍາເລັດຫຼາຍກວ່າເກົ່າ ທັງເປັນຂໍ້ມູນໃນການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ປະກອບຄຳເຫັນໃຫ້ຄະນະນໍາ ໃນເຊີງສ້າງສັນ, ຮັກສາໄດ້ຄວາມສາມັກຄີ ເພື່ອປັບປຸງດ້ານອ່ອນຂໍ້ຄົງຄ້າງ ໃຫ້ດີຂຶ້ນກວ່າເກົ່າ.

ຈາກນັ້ນ ທ່ານ ໃຈຢ່າ ຈົວໄຊສື ຮອງຫົວໜ້າຂະແໜງຄຸ້ມຄອງພະນັກງານ-ລັດຖະກອນ, ຄະນະຈັດຕັ້ງແຂວງ, ຕາງໜ້າອະນຸກຳມະການປະເມີນຂັ້ນແຂວງ ໄດ້ຜ່ານດຳລັດຂອງລັດຖະບານ ເລກທີ300/ລບ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ແລະ ເນະນໍາຂັ້ນຕອນໃນການປະເມີນ ເພື່ອຮັບປະກັນ ການປະເມີນໃຫ້ ຖືກຕ້ອງຕາມວິທີ, ຂັ້ນຕອນ ການປະເມີນແມ່ນໃຫ້ຄະແນນຕາມເນື້ອໃນ 3 ດ້ານຄື: ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ, ດ້ານຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ຊຶ່ງການປະເມີນຈະເປັນຂໍ້ມູນພື້ນຖານ ໃນການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ, ເປັນບ່ອນອີງພື້ນຖານໃນການວາງແຜນກໍ່ສ້າງ-ບໍາລຸງ, ປະຕິບັດນະໂຍບາຍ, ຈັດລຳດັບການຍ້ອງຍໍ, ສັບຊ້ອນເຂົ້າໃນໜ້າທີ່ວຽກງານທີ່ສຳຄັນ ເພື່ອໃຫ້ກາຍເປັນພະນັກງານສືບທອດຕາມຄວາມເໝາະສົມ ສຳລັບຜົນການປະເມີນ ຜູ້ຢູ່ໃນລະດັບດີຫຼາຍ ຫຼື ດີ 5 ປີ ລຽນຕິດ ຈະໄດ້ຮັບການເລື່ອນຂັ້ນເງິນເດືອນ ກອນ 1 ປີ, ຖ້າຫາກຜົນການປະເມີນຢູ່ໃນລະດັບກາງ ຄະນະພັກ-ຄະນະພະແນກຈະໄດ້ສືບຕໍ່ຕິດຕາມ ແລະ ຜູ້ຖືກປະເມີນຢູ່ໃນລະດັບອ່ອນແມ່ນຈະໄດ້ເອົາອອກຈາກແຜນກຳນົດພະນັກ ງານນຳພາ-ຄຸ້ມຄອງ.

ຫຼັງຈາກນັ້ນ ຄະນະນໍາຂອງຄະນະໂຄສະນາອົບຮົມແຂວງ ກໍໄດ້ຜ່ານໃບເກັບກ່ຽວຜົນງານ ແລະ ຕີລາຄາປະ ເພດຕົນເອງ ພ້ອມທັງ ໃຫ້ໝູ່ຄະນະໄດ້ປະກອບຄຳຄິດ ຄໍາເຫັນ ເພື່ອໃຫ້ຄະນະປັບປຸງຈຸດອ່ອນຂໍ້ຄົງຄ້າງໃຫ້ດີຂຶ້ນກ່ວາເກົ່າໃນຕໍ່ໜ້າ. ຜົນການປະເມີນຄະນະນໍາ ທັງ 4 ທ່ານ ແມ່ນຈັດເປັນປະເພດດີ ແລະ ດີຫຼາຍ.
